ອາເມລິກາ ຈະຖອນຕົວອອກຈາກອົງການອະນາໄມໂລກ (WHO) ໃນວັນທີ 23 ມັງກອນ, ໂດຍບໍ່ຫົວຊາຕໍ່ການກ່າວເຕືອນທີ່ວ່າ ການກະທຳດັ່ງກ່າວຈະກໍ່ຄວາມເສຍຫາຍຢ່າງໜັກໜ່ວງເຖິງບັນດາຄວາມມານະພະຍາຍາມຍົກສູງຄຸນນນະພາບດ້ານສາທາລະນະສຸກຂອງ ອາເມລິກາ ແລະ ທົ່ວໂລກ.
ຂໍ້ຕົກລົງ ອາເມລິກາ ຖອນຕົວອອກຈາກ WHO ເຊິ່ງທ່ານ Donald Trump, ປະທານາທິບໍດີ ອາເມລິກາ ຍົກອອກມາ ພາຍຫຼັງມື້ທຳອິດໃນອາຍຸການທີ 2 ທີ່ຮັບຮອງເອົາລັດຖະດຳລັດບໍລິຫານເຊັນໃນວັນທີ 22 ມັງກອນ 2025. ຕາມຂໍ້ກຳນົດຂອງກົດໝາຍ ອາເມລິກາ, ເລື່ອງຖອນຕົວອອກຈາກ WHO ຈະມີຜົນບັງຄັບໃຊ້ພາຍຫຼັງ 1 ປີ ແລະ ປະເທດນີ້ຕ້ອງສຳເລັດທຸກພັນທະດ້ານການເງິນ. ເລື່ອງ ອາເມລິກາ ຖອນຕົວອອກຈາກ WHO ແລະ ຢຸດຕິການສະໜອງດ້ານການເງິນໄດ້ເຮັດໃຫ້ WHO ຕົກເຂົ້າສູ່ສະພາບວິກິດການດ້ານງົບປະມານ, ເຮັດໃຫ້ອົງການນີ້ຕ້ອງຫຼຸດຜ່ອນບຸກຄະລາກອນລົງຈຳນວນຫຼາຍ ແລະ ຮັດແຄບການເຄື່ອນໄຫວເຂົ້າ, ສ້າງຄວາມວິຕົກກັງວົນກ່ຽວກັບຄວາມສາມາດຮັບມືກັບບັນດາຄວາມສ່ຽງນາບຂູ່ດ້ານສາທາລະນະສຸກທົ່ວໂລກໃນອະນາຄົດ.




