logo

ອາ​ເມ​ລິ​ກາ ປະ​ຕິ​ເສດ​ຮ່າງ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ຮຽກ​ຮ້ອງ​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

2025/9/19 | 11:30:04
(VOVWORLD) - ອາເມລິກາ ປະຕິເສດຮ່າງມະຕິໂດຍກຸ່ມ 10 ປະເທດສະມາຊິກ ບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ ຍື່ນສະເໜີ ເພື່ອຮຽກຮ້ອງຢຸດຍິງໃນທັນທີ, ໄຮ້ເງື່ອນໄຂ, ຍາວນານ ຢູ່ເຂດ ກາຊາ ແລະ ປ່ອຍອິດສະຫຼະພາບໃຫ້ແກ່ຕົວປະກັນທຸກຄົນໃນທັນທີ.
ອາເມລິກາ ປະຕິເສດຮ່າງມະຕິຈຂອງສະພາຄວາມໝັ້ນຄົງ ສປຊ ກ່ຽວກັບການຢຸດຍິງຢູ່ເຂດ ກາຊາ (ພາບ:Reuters)

ວັນທີ 18 ກັນຍາ, ຢູ່ສຳນັກງານ ສປຊ ຢູ່ນະຄອນ ນິວຢອກ (ອາເມລິກາ), ດ້ວຍຈຳນວນບັດສະໜັບສະໜູນ 14 ບັດ ແລະ ບັດຄ້ານຂອງ ອາເມລິກາ 1 ບັດ, ສະພາຄວາມໝັ້ນຄົງບໍ່ສາມາດຮັບຮອງເອົາມະຕິດັ່ງກ່າວໄດ້, ໃນນັ້ນ ກໍຮຽກຮ້ອງໃຫ້ ອິດສະຣາແອັນ ຍົກເລີກບັນດາຂໍ້ຫ້າມຈຳກັດການຊ່ວຍເຫຼືອ, ຮັບປະກັນການຈຳໜ່າຍເຄື່ອງຊ່ວຍເຫຼືອໄປເຖິງປະຊາຊົນຢ່າງປອດໄພ ແລະ ຕໍ່ເນື່ອງໃນເຂດນີ້.

ໝາກຜົນການປ່ອນບັດຢູ່ສະພາຄວາມໝັ້ນຄົງໄດ້ເຮັດໃຫ້ເລື່ອງ ອາເມລິກາ ແລະ ອິດສະຣາແອັນ ທີ່ຕົກໃນທ່າໂດດດ່ຽວໃນເວທີສາກົນທີ່ກ່ຽວຂ້ອງເຖິງບັ້ນຮົບທີ່ແກ່ຍາວເກືອບ 2 ປີຜ່ານມາຢູ່ເຂດ ກາຊານັ້ນ ພົ້ນເດັ່ນຂຶ້ນ. ການບ່ອນປັດໄດ້ດຳເນີນກ່ອນທີ່ບັນດາການນຳໃນໂລກໄຂສັບປະດາສຸດຍອດສະມັດຊາໃຫຍ່ ສປຊ ຊຸດທີ 80 ສອງສາມວັນ, ເຊິ່ງເປັນບ່ອນທີ່ບັນຫາເຂດກາຊາ ຈະແມ່ນຫົວຂໍ້ຕົ້ນຕໍ ແລະ ຫຼາຍສຳພັນທະມິດຂອງ ອາເມລິກາ ຈະຖະແຫຼງຮັບຮອງເອົາລັດ ປາແລັດສະຕິນ ເອກະລາດ.

TAG
VOV/VOVworld/ອ​າ​ເມ​ລິ​ກາ/ປະ​ຕິ​ເສດ/​ຢຸດ​ຍິງ​ຢູ່​ເຂດ ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ