logo

ອາ​ເມ​ລິ​ກາ ພາຍຫຼັງ​ອາ​ຍຸ​ການ 4 ປີ​ກຳ​ອຳ​ນາດ​ຂອງ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ Joe Biden

2025/1/15 | 08:00:00

(VOVWORLD) - ວັນທີ 20 ມັງກອນຈະມາເຖິງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ຈະມອບຕຳແໜ່ງປະທານາທາບໍດີ ອາເມລິກາໃຫ້ແກ່ທ່ານ Donald Trump ຢ່າງເປັນທາງການ. ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານ, ພາຍຫຼັງ 4 ປີກຳອຳນາດ, ທ່ານປະທານາທິບໍດີ Joe Biden ໄດ້ຊ່ວຍພື້ນຖານເສດຖະກິດ ອາເມລິກາ ຟື້ນຕົວຂຶ້ນ ແຕ່ບັນດາຜົນສຳເລັດທາງການທູດຍັງປະສົບກັບການໂຕ້ຖຽງກັນເປັນຈຳນວນຫຼາຍ.

ທ່ານປະທານາທິບໍດີ ອາເມລິກາ Joe Biden (ພາບ: VOV/The White House)

ທ່ານ Joe Biden ໄດ້ຮັບດຳລົງຕຳແໜ່ງໃນວັນທີ 20 ມັງກອນ 2021, ເຊິ່ງກາຍເປັນປະທານາທິບໍດີຄົນທີ 46 ໃນປະຫວັດສາດຂອງ ອາເມລິກາ. ພາຍຫຼັງໄລຍະ 4 ປີ, ທ່ານ Joe Biden ຈະມອບຕຳແໜ່ງນີ້ໃຫ້ທ່ານ Donald Trump ໃນວັນທີ 20 ມັງກອນຈະມາເຖິງ.

ສະພາບການເສດຖະກິດທີ່ເປັນໜ້າຊື່ນຊົມ

ໃນບົດກ່າວປາໄສໃນວັນທີ 10 ມັງກອນຢູ່ທຳນຽບຂາວ, ທ່ານປະທານາທິບໍ Joe Biden ຄັດສະເໜີຫຼາຍຕົວເລກເພື່ອຢັ້ງຢືນທ່ານໄດ້ເຮັດໃຫ້ອາເມລິກາ ມີພື້ນຖານເສດຖະກິດທີ່ເຂັ້ມແຂງກ່ວາຫຼາຍເມື່ອທຽບໃສ່ກັບເວລາກ່ອນນີ້ 4 ປີ. ລະອຽດແມ່ນ, ໃນໄລຍະ 4 ປີ ກຳອຳນາດຂອງທ່ານ Joe Biden, ປະເທດ ອາເມລິກາ ໄດ້ສ້າງວຽກເຮັດງານໃຫ້ປະຊາຊົນຕື່ມອີກ 16,6   ລ້ານຄົນ, ນຳອັດຕາຜູ້ວາງງານລົງລະດັບຕ່ຳແມ່ນ 4,1%. ອຳນາດການປົກຄອງຂອງທ່ານ Joe Biden ກໍ່ຮັບຮອງເອົາກົດໝາຍສຳຄັນຫຼາຍສະບັບ ທີ່ໄດ້ຮັບການຕີລາຄາວ່າມີລັກສະນະບາດລ້ຽວຕໍ່ພື້ນຖານເສດຖະກິດອາເມລິກາ ດ້ວຍຄຳໝັ້ນສັນຍາຈະນຳໃຊ້ຈຳນວນເງິນຂຶ້ນເຖິງນັບພັນຕື້ USD, ຜ່ານນັ້ນຊ່ວຍອາເມລິກາ ຍູ້ແຮງການຜະລິດພາຍໃນປະເທດຄືນໃໝ່, ດຶງດູດບັນດາກຸ່ມບໍລິສັດໃຫຍ່ຕ່າງປະເທດ, ມີການລົງທຶນໃໝ່ໃຫ້ແກ່ພື້ນຖານໂຄງລ່າງ, ພ້ອມທັງປົກປ້ອງບັນດາຂົງເຂດເຕັກໂນໂລຢີປາຍແຫຼມທີ່ມີ ສຳຄັນຢູ່ລະດັບຍຸດທະສາດ.

ບັນດາລະບົບເສດຖະກິດການເງິນສາກົນໃໝ່ເກືອບທັງໝົດລວ້ນແຕ່ຕີລາຄາຢ່າງຕັ້ງໜ້າກ່ຽວກັບເສດຖະກິດ ອາເມລິກາ. ໃນຂໍ້ສັງເກດຫຼ້າສຸດທີ່ໄດ້ຍົກອອກມາໃນວັນທີ 10 ມັງກອນ, ທ່ານນາງ Kristalina Georgieva ຜູ້ອຳນວຍການໃຫຍ່ກອງທຶນເງິນຕາສາກົນ ໄດ້ຕີລາຄາວ່າ ເສດຖະກິດ ອາເມລິກາ ພວມມີຫຼາຍສິ່ງດີກ່ວາເມື່ອທຽບໃສ່ກັບການຄາດຄະເນ, ມີຄວາມເປັນໄປໄດ້ສູງວ່າ ການເຕີບໂຕໃນປີກາຍນີ້ຢູ່ລະດັບ 2,8% ແລະ 2,2% ໃນປີນີ້, ສູງກ່ວາຫຼາຍເມື່ອທຽບໃສ່ກັບບັນດາພື້ນຖານເສດຖະກິດໃຫຍ່ອື່ນໆໃນໂລກ. ເຖິງຢ່າງໃດກໍຕາມ, ທ່ານ Jeremi Suri, ສາດສະດາຈານ ປະຫວັດສາ ແລະ ການປົກຄອງສາທາລະນະຢູ່ໂຮງຮຽນການປົກຄອງສາທາລະນະ Lyndon.B.Johnson (LBJ), ຂຶ້ນກັບມະຫາວິທະຍາໄລ Texas ຢູ່ Austin (ອາເມລິກາ), ຖືວ່າ ທ່ານປະທານາທິບໍດີ Joe Biden ບໍ່ຮູ້ວິທີການໃຊ້ຜົນສຳເລັດທາງດ້ານເສດຖະກິດທີ່ເປັນໜ້າຊື່ນຊົມນັ້ນເພື່ອສ້າງໄດ້ຖານະດ້ານການເມືອງທີ່ໃຫຍ່ກ່ວາໃຫ້ແກ່ຕົນເອງ ແລະ ພັກປະຊາທິປະໄຕ, ພິເສດແມ່ນໃນໄລຍະຫາສຽງເລືອກຕັ້ງປະທານາທິບໍດີ ອາເມລິກາ ທີ່ຜ່ານມາ.

ທ່ານ Joe Biden ບໍ່ຮູ້ວິທີການເຮັດໃຫ້ບັນດາສິ່ງທີ່ເພິ່ນເຮັດໄດ້ພົ້ນເດັ່ນຂຶ້ນ. ເພິ່ນບໍ່ຮູ້ວິທີການເລົ່າເລື່ອງລາວກ່ຽວກັບເສດຖະກິດ ຫຼືກ່ຽວກັບສຳພັນທະມິດຝ່າຍຕາເວັນຕົກ. ສົມມຸດວ່າ ແມ່ນທ່ານ Ronald Reagan ຫຼື ທ່ານ Bill Clinton ໃນສະພາບການຄ້າຍຄືກັນ ແນ່ນອນວ່າ ເຂົາເຈົ້າຈະຮູ້ວິທີການເຮັດໃຫ້ຜົນງານນີ້ພົ້ນເດັ່ນຂຶ້ນ.

ຜົນງານດ້ານການຕ່າງປະເທດທີ່ມີຄວາມໂຕ້ຖ້ຽງກັນ

ໄປຄຽງຄູ່ກັບເສດຖະກິດ, ການຕ່າງປະເທດແມ່ນຂົງເຂດໃຫຍ່ທີ່ຮັບຮູ້ຫຼາຍຂີດໝາຍຂອງອຳນາດການປົກຄອງທ່ານປະທານາທາບໍດີ Joe Biden. ຕ່າງກັນກັບວິທີການສຳຜັດທີ່ມີລັກສະນະສ່ວນຕົນ ໃນໄລຍະກຳອຳນາດຄັ້ງທຳອິດຂອງທ່ານປະທານາທາບໍດີ Donald Trump (2016-2020),ເມື່ອກຳອຳນາດ 4 ປີກ່ອນ, ທ່ານປະທານາທິບໍດີ Joe Biden ໄດ້ເຊີດຊູການແຊກແຊງຂອງອາເມລິກາເຂົ້າ ໃນບັນດາບັນຫາໃຫຍ່ທີ່ມີລັກສະນະທົ່ວໂລກ, ນັບແຕ່ບັນດາການປະທະກັນດ້ານພູມສາດການເມືອງຕະຫຼອດຮອດບັນດາບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພ້ອມທັງຖືການກໍ່ສ້າງ ແລະ ປັບປຸງການພົວພັນກັບບັນດາປະເທດພັນທະມິດແມ່ນເສົາຄ້ຳສຳຄັນໃນນະໂຍບາຍການຕ່າງປະເທດ. ກ່າວຄຳເຫັນທີ່ກະຊວງການຕ່າງປະເທດອາເມລິກາ ໃນວັນທີ 13 ມັງກອນ, ທ່ານປະທານາທິບໍດີ Joe Biden ຢັ້ງຢືນວ່າ ວິທີການສຳຜັດນີ້ໄດ້ຊ່ວຍອາເມລິກາ ກັບຄືນບົດບາດນຳພາໃນບາງບັນຫາທົ່ວໂລກ, ພ້ອມທັງສ້າງ ຫຼາຍການພົວພັນສຳພັນທະມິດທີ່ສຳຄັນອື່ນໆໃຫ້ແກ່ອາເມລິກາ.

ກ່ອນເວລາຂ້າພະເຈົ້າຂຶ້ນກຳອຳນາດ, ມີພຽງແຕ່ 9 ປະເທດພັນທະມິດ NATO ຈ່າຍ 2% GDP ໃຫ້ແກ່ການປ້ອງກັນຊາດ. ຕົວເລກນີ້ໃນປັດຈຸບັນແມ່ນ 23ປະເທດ. ຢູ່ມະຫາສະໝຸດອິນເດຍປາຊີຟິກ, ພວກເຮົາຊຸກຍູ້ບັນດາການພົວພັນຄູ່ຮ່ວມມືຢ່າງແຮງກ່ວາ ແລະ ສ້າງການພົວພັນກັບບັນດາຄູ່ຮ່ວມມືໃໝ່. ພວກເຮົາເຮັດໄດ້ສິ່ງທີ່ບໍ່ມີຫຼາຍຄົນຄິດວ່າສາມາດເຮັດໄດ້ ນັ້ນແມ່ນສ້າງການພົວພັນຄູ່ຮ່ວມມື ສາມຝ່າຍລະຫວ່າງ ອາເມລິກາ, ຍີ່ປຸ່ນ ແລະ ສ.ເກົາຫຼີ.

ເຖິງຢ່າງໃດກໍຕາມ, ການໃຫ້ຂໍ້ສັງເກດກ່ຽວກັບຜົນງານດ້ານການຕ່າງປະເທດຂອງອຳນາດການປົກຄອງທ່ານ Joe Biden ບໍ່ແມ່ນເລື່ອງ່າຍດາຍ. ຕາມທ່ານນາງ Nadia Brown , ສາດສະດາຈານກ່ຽວກັບລັດຖະບານ ຢູ່ມະຫາວິທະຍາໄລ Georgetown (ອາເມລິກາ) ແລ້ວ, ໂດຍບໍ່ຫົວຊາຕໍ່ບັນດາບາດກ້າວທີ່ເປັນໜ້າສົນໃຈໃນການປັບປຸງບົດບາດຂອງອາເມລິກາ ຢູ່ພາກພື້ນ ມະຫາສະໝຸດອິນເດຍ ປາຊີຟິກ, ການເກີດການປະທະກັນໃຫຍ່ທີ່ສຸດໃນຫຼາຍທົດສະວັດຜ່ານມາ ຢູ່ຢູແກຼນ ແລະ ເຂດກາ ຍັງກໍ່ຜົນກະທົບຢ່າງແຮງຕໍ່ວິທີການຕີລາຄາຂອງອາເມລິກາ ພາຍໃຕ້ອາຍຸການກຳອຳນາດຂອງທ່ານ Joe Biden. ທ່ານນາງ Nadia Brown ໃຫ້ຂໍ້ສັງເກດວ່າ, ບັນດາຄວາມມານະພະຍາຍາມບັນລຸຄຳສັ່ງຢຸດຍິງຢູ່ເຂດ ກາຊາໃນຊຸມວັນທ້າຍອາຍຸການກຳອຳນາດຍິ່ງສະແດງໃຫ້ເຫັນວ່າອຳນາດການປົກຄອງຂອງທ່ານ Joe Biden ຕົກເຂົ້າສູ່ສະພາບຈົນຕາແຈຄືແນວໃດໃນຕະຫຼອດໄລຍະຍາວ, ເຖິວວ່າການປະທະກັນຢູ່ເຂດກາຊາ ກໍ່ຜົນເສຍຫາຍທີ່ຮ້າຍແຮງໃຫ້ແກ່ສາມັນຊົນປາແລັດສະຕິນກໍ່ຕາມ. ໃນຂະນະນັ້ນ, ສຳລັບການປະທະກັນຢູ່ຢູແກຼນ, ການຢຶດໝັ້ນສະໜັບສະໜູນ ຢູແກຼນ ແລະ ບໍ່ຊຸກຍູ້ບັນດາຄວາມມານະພະຍາຍາມເຈລະຈາກັບ ລັດເຊຍ ໄດ້ເຮັດໃຫ້ອຳນາດການປົກຄອງຂອງທ່ານ Joe Biden ພວມປະໄວ້ບັນຫາທີ່ຫຍຸ້ງຍາກໃຫ້ແກ່ອຳນາດການປົກຄອງຊຸດຕໍ່ໄປ, ດ້ວຍຄວາມສ່ຽງເຮັດໃຫ້ບັນຫາເພີ່ມຂຶ້ນເຖິງລະດັບບໍ່ສາມາດຄວບຄຸມໄດ້.

ສຳລັບຖານະບົດບາດທີ່ຮອບດ້ານຂອງປະເທດ ອາເມລິກາ ໃນການແກ້ງແຍ້ງກັນດ້ານພູມີສາດການເມືອງທົ່ວໂລກ, ທ່ານປະທານາທິບໍດີ Joe Biden ກໍ່ຢັ້ງຢືນວ່າ ທ່ານໄດ້ປະໄວ້ໃຫ້ແກ່ປະທານາທິບໍດີຄົນຕໍ່ໄປ ປະເທດອາເມລິກາ ທີ່ມີຄວາມເຂັ້ມແຂງກ່ວາ. ເຖິງຢ່າງໃດກໍຕາມ, ມີນັກຊ່ຽວຊານຫຼາຍຄົນຖືວ່າ ບັນດາທ່າແຮງນີ້ ອາດຈະຖືກຫຼົງລື່ມຢ່າງວ່ອງໄວ ເມື່ອອຳນາດການປົກຄອງຊຸດໃໝ່ຂອງທ່ານ Donald Trump ໄດ້ສະແດງໃຫ້ເຫັນວິທີການສຳຜັດໃໝ່ທີ່ແຕກຕ່າງກັນ ກ່ຽວກັບນະໂຍບາຍການຕ່າງປະເທດ ແລະ ການປ້ອງກັນຄວາມໝັ້ນຄົງຂອງປະເທດອາເມລິກາ.

TAG
VOV/VOVworld/ອ​າ​ເມ​ລິ​ກາ/Joe Biden

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ