logo

ອາ​ເມ​ລິ​ກາ ມີ​ແຜນ​ການ​ຢຸດ​ຕິ​ການ​ອອກວິ​ຊາ ໃຫ້​ແກ່ 75 ປະ​ເທດ

2026/1/15 | 07:49:28
(VOVWORLD) - ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ. 
ຜູ້ໂດຍສານຢູ່ສະໜາມບິນສາກົນ Miami, ລັດ Florida ຢູ່ ອາເມລິກາ (ພາບ: REUTERS)

ວັນທີ 14 ມັງກອນ, ສື່ມວນຊົນ ອາເມລິກາ ໄດ້ລົງຂ່າວນັບແຕ່ວັນທີ 21 ມັງກອນ, ອຳນາດການປົກຄອງ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຈະຢຸດຕິທຸກການອອກວິຊາ ໃຫ້ແກ່ຊາວຕ່າງປະເທດທີ່ມາຈາກ 75 ປະເທດ. ຕາມບົດບັນທຶກຊ່ວຍຈຳ ຈາກກະຊວງການຕ່າງປະເທດ ອາເມລິກາແລ້ວ, ການອອກວິຊາຈະຢຸດຊົ່ວຄາວໃນຂະນະທີ່ກະຊວງການຕ່າງປະເທດ ອາເມລິກາ ຕີລາຄາຄືນໃໝ່ທຸກວິວັດການສະເໜີພິຈາລະນາອະນຸມັດ ເພື່ອສະກັດກັ້ນການເຂົ້າໄປຕັ້ງຖິ່ນຖານຂອງຊາວຕ່າງປະເທດທີ່ຈະໄດ້ຮັບຜົນປະໂຫຍດຈາກການໜູນຊ່ວຍ”. ໄລຍະເວລາສຳລັບການກະທຳນີ້ຍັງບໍ່ໄດ້ຍົກອອກມາຢ່າງຈະແຈ້ງ. ຕາມບົດລາຍງານແລ້ວ, ໃນຈຳນວນບັນດາປະເທດຖືກຜົນສະທ້ອນລວມມີ ໂຊມາລີ, ລັດເຊຍ, ອີຣານ, ອາບການິດສະຖານ, ບຣາຊິນ, ນີເຊລີ ແລະ ໄທ. ບັນດາຜູ້ຕາງໜ້າຂອງກະຊວງການຕ່າງປະເທດ ອາເມລິກາ ຍັງບໍ່ທັນຍົກອອກຄຳເຫັນກ່ຽວກັບຂໍ້ມູນດັ່ງກ່າວ.

TAG
VOV/VOVworld/ອາ​ເມ​ລິ​ກາ/ການ​ເຂົ້າ​ເມືອງ/​ການ​ອອກວິ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ