logo

ອາ​ເມ​ລິ​ກາ ຢັ້ງ​ຢືນ​ຂໍ້​ມູນ​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ​​ສຳ​ລັບການ​ປະ​ທະ​ກັນ ລະ​ຫວ່າງ ລັດ​ເຊຍ - ຢູ​ແກຼນ

2025/11/21 | 11:09:25
(VOVWORLD) - ທ່ານນາງ Karoline Leavitt ເລຂາສື່ມວນຊົນ ທຳນຽບຂາວ ໄດ້ປະກາດຮ່າງແຜນການສັນຕິພາບຂອງ ອາເມລິກາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະໜັບສະໜູນ ແລະ ພວມໄດ້ເຈລະຈາກັບທັງລັດເຊຍ ແລະ ຢູແກຼນ, ເຊິ່ງຖືວ່າດີສຳລັບທັງສອງປະເທດ

ວັນທີ 20 ພະຈິກ, ທ່ານນາງ Karoline Leavitt ເລຂາສື່ມວນຊົນ ທຳນຽບຂາວ ໄດ້ປະກາດຮ່າງແຜນການສັນຕິພາບຂອງ ອາເມລິກາ ໂດຍທ່ານປະທານາທິບໍດີ ອາເມລິກາ Donald Trump ສະໜັບສະໜູນ ແລະ ພວມໄດ້ເຈລະຈາກັບທັງລັດເຊຍ ແລະ ຢູແກຼນ, ເຊິ່ງຖືວ່າດີສຳລັບທັງສອງປະເທດ.

ທ່ານນາງ Karoline Leavitt ໃຫ້ຮູ້ວ່າ ຮ່າງແຜນການໂດຍທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ Trump, ແລະ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ສ້າງຂຶ້ນໃນເວລາ 1 ເດືອນ. ຮ່າງແຜນການ “ພວມໄດ້ຮັບການສົ່ງເສີມ ແລະ ອາດສາມາດປ່ຽນແປງ”. ປັດຈຸບັນ, ອາເມລິກາ ພວມມີບັນດາການແລກປ່ຽນຢ່າງຕັ້ງໜ້າກັບ ຢູແກຼນ ແລະ ລັດເຊຍ ເພື່ອຊອກຮູ້ບັນດາຄຳໝັ້ນສັນຍາຂອງບັນດາປະເທດນີ້ຢ່າງຈະແຈ້ງ.

ໃນວັນດຽວກັນ, ຫ້ອງວ່າການປະທານາທິບໍດີ ຢູແກຼນ ໄດ້ຢັ້ງຢືນວ່າ: ທ່ານ Zelensky ປະທານາທິບະດີ ຢູແກຼນ ໄດ້ຮັບຮອງເອົາແຜນການສັນຕິພາບຂອງອາເມລິກາ ເພື່ອແນໃສ່ຟື້ນຟູວິວັດການ ທາງການທູດແນໃສ່ຢຸດຕິການປະທະກັນກັບ ລັດເຊຍແລ້ວ. ຫ້ອງວ່າການປະທານາທິບໍດີ ຢູແກຼນ ແຈ້ງວ່າ ທ່ານ Zelensky ຈະມີການແລກປ່ຽນກັບຄູ່ຮ່ວມຕຳແໜ່ງທ່ານ Trump ໃນຊຸມວັນຈະມາເຖິງກ່ຽວກັບ ບັນດາຈຸດຫຼັກແຫຼ່ງ ເພື່ອບັນລຸໄດ້ສັນຕິພາບ.

TAG
VOV/VOVworld/ລັດ​ເຊຍ/ອາ​ເມ​ລິ​ກາ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ