logo

ອາ​ເມ​ລິ​ກາ - ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ແຜນ​ການ​ສັນ​ຕິ​ພາບ 28 ຈຸດ

2025/11/24 | 09:17:59
(VOVWORLD) - ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່ານີ້ແມ່ນການປຶກສາຫາລືທີ່ມີປະສິດທິຜົນ ແລະ ມີຄວາມໝາຍທີ່ສຸດລະຫວ່າງບັນດາເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ.

ວັນທີ 23 ພະຈິກ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Marco Rubio, ທ່ານ Dan Driscoll ລັດຖະມົນຕີທະຫານບົກ ແລະ ທ່ານ Steve Witkoff ທູດພິເສດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີໜ້າຢູ່ ນະຄອນ ເຊີແນວ, ປະເທດສະວິດເພື່ອປຶກສາຫາລືກັບບັນດາເຈົ້າໜ້າທີ່ແຖວໜ້າຂອງ ຢູແກຼນ ກ່ຽວກັບການປຶກສາຫາລືແຜນການສັນຕິພາບ ໂດບທ່ານປະທານາທິບໍດີ ອາເມລິກາ Donald Trump ໃຫ້ສັດຕະຍາບັນ. ການພົບປະໄດ້ດຳເນີນໃນສະພາບການ ຢູແກຼນ ແລະ ບັນດາພັນທະມິດ ເອີລົບ ອອກຖະແຫຼງການສັນຕິພາບ 28 ຈຸດ ເຊິ່ງອາເມລິກາຍົກອອກມາເພື່ອແນໃສ່ຢຸດຕິການທະຫະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແມ່ນປະນິປະນອມໃຫຍ່ໃຫ້ແກ່ຝ່າຍລັດເຊຍ. ໂດຍຕອບສຳພາດຕໍ່ນັກຂ່າວ, ທ່ານລັດຖະມົນຕີການຕ່າງປະເທດ Marco Rubio ໄດ້ຕີລາຄາວ່ານີ້ແມ່ນການປຶກສາຫາລືທີ່ມີປະສິດທິຜົນ ແລະ ມີຄວາມໝາຍທີ່ສຸດລະຫວ່າງບັນດາເຈົ້າໜ້າທີ່ອາເມລິກາ ແລະ ຢູແກຼນ. ຕາມທ່ານລັດຖະມົນຕີການຕ່າງປະເທດ Marco Rubio ແລ້ວ, ປັດຈຸບັນ ຍັງມີຫຼາຍວຽກເຮັດງານທຳ ເຊິ່ງທັງຝ່າຍອາເມລິກາ ແລະ ຢູແກຼນຕ້ອງສືບຕໍ່ປຶກສາຫາລືເພື່ອມຸ່ງໄປເຖິງຄວາມເຫັນດີເຫັນພ້ອມ.

TAG
VOV/VOVworld/ອາ​ເມ​ລິ​ກາ/ຢູ​ແກຼນ/ການ​ພົວ​ພັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ