logo

ອາ​ເມ​ລິ​ກາ ສືບ​ຕໍ່​ຜ່ອນ​ຄາຍ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ຊີ​ຣີ

2025/11/11 | 07:40:26
(VOVWORLD) - ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫົງບລະຫວ່າງ ອິດສະຣາແອັນ ແລະ ຊີຣີ.
(ພາບ: ກະຊວງການຕ່າງປະເທດ ອາເມລິກາ)

     ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ດຳເນີນການພົບປະເຈລະຈາລັບກັບທ່ານ Ahmed al-Sharaa. ປະທານາທິບໍດີ  ຊີຣີ ຢູ່ທຳນຽບຂາວໃນຕອນທ່ຽງວັນທີ  10 ພະຈິກ (ຕາມເວລາ ອາເມລິກາ). ນີ້ແມ່ນຄັ້ງທຳອິດນັບແຕ່ເມື່ອ ຊີຣີ ຍາດໄດ້ເອກະລາດ ທີ່ປະມຸກລັດປະເທດນີ້ ໄປຢ້ຽມຢາມ ອາເມລິກາ. ພາຍຫຼັງການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະເຮັດທຸກສິ່ງທຸກຢ່າງເພື່ອຊ່ວຍ ຊີຣີ ໃຫ້ປະສົບຜົນສຳເລັດ ຍ້ອນວ່າ ນັ້ນແມ່ນພາກສ່ວນໜຶ່ງຂອງຕາເວັຮອອກກາງ.

  ໃນວັນດຽວກັນ, ກະຊວງການຕ່າງປະເທດ ຊີຣີ ໃຫ້ຮູ້ວ່າ: ອາເມລິກາ ຢັ້ງຢືນຈະສະໜັບສະໜູນຂໍ້ຕົກລົງປ້ອງກັນຄວາມສະຫົງບລະຫວ່າງ ອິດສະຣາແອັນ ແລະ ຊີຣີ. ໄປຄຽງຄູ່ກັນນັ້ນ, ຊີຣີ ກໍ່ເຫັນດີຈະໂຮມກຳລັງປະຊາທິປະໄຕ ຊີຣີ ໂດຍຊາວເກີດນຳພາ ເຂົ້າຖັນແຖວກອງທັບ ຊີຣີ.

  ກະຊວງການເງິນ ອາເມລິກາ ໄດ້ປະກາດລັດຖະດຳລັດສະບັບໃໝ່ທີ່ມີຜົນບັງຄັບໃຊ້ໃນຮອບເວລາ 180 ວັນ, ແທນໃຫ້ບັນດາມາດຕະການລົງໂທດຮອບດ້ານສຳລັບ ຊີຣີ ເພື່ອແນໃສ່ປະຕິບັດຄຳໝັ້ນສັນຍາໃນການສືບຕໍ່ຜ່ອນຄາຍຄຳສັ່ງລົງໂທດທີ່ມີຕໍ່ ຊີຣີ.

TAG
VOV/VOVworld/ອາ​ເມ​ລິ​ກາ ສືບ​ຕໍ່​ຜ່ອນ​ຄາຍ​ຄຳ​ສັ່ງ​ລົງ​ໂທດ​ຕໍ່ ຊີ​ຣີ/ກະຊວງການຕ່າງປະເທດ ຊີຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ