logo

ອາ​ເມ​ລິ​ກາ, ອັງ​ກິດ ເຊັນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ເຕັກ​ໂນ​ໂລ​ຢີ, ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ສາ​ກົນ​ທີ່ຮ້ອນ​ເຮັ່ງ​

2025/9/19 | 11:20:13
(VOVWORLD) - ວັນທີ 18 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືດ້ານເຕັກໂນໂລຢີ, ເພື່ອແນໃສ່ເພີ່ມທະວີການຮ່ວມມືສອງຝ່າຍໃນບັນດາຂົງເຂດປັນຍາປະດິດ (AI),  quantum Computing ແລະ ພະລັງງານນິວເຄຼຍ. ການເຄື່ອນໄຫວນີ້ໄດ້ດຳເນີນໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ອັງກິດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump.
ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃນການຖະແຫຼງຂ່າວຢູ່  Chequers  ໃນວັນທີ 18 ກັນຍາ 2025 (ພາບ: Leon Neal/REUTERS)

ເມື່ອກ່າວຄຳເຫັນທີ່ທຳນຽບ Chequers ở Buckinghamshire ຢູ່ທາງທິດຕາເວັນອອກສ່ຽງໃຕ້ ປະເທດ ອັງກິດ, ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໃຫ້ຮູ້ວ່າ ບັນດາຂໍ້ຕົກລົງ ແລະ ຄຳໝັ້ນສັນຍາລົງທຶນ ໄດ້ທຳລາຍທຸກສະຖິຕິນັບແຕ່ກ່ອນມາຮອດປັດຈຸບັນ, ດ້ວຍມູນຄ່າທັງໝົດປະມານ 340 ຕື້ USD, ພ້ອມທັງຢັ້ງຢືນວ່າ ນີ້ແມ່ນບ້ວງເງິນລົງທຶນໃຫຍ່ສຸດນັບແຕ່ກ່ອນມາຮອດປັດຈຸບັນຢູ່ ອັງກິດ, ພ້ອມທັງພັນລະນາຂໍ້ຕົກລົງນີ້ວ່າ ເປັນບາດກ້າວບຸກທະລຸ. ໃນຈຳນວນນັ້ນ, ບັນດາກຸ່ມບໍລິສັດຂອງ ອາເມລິກາ ໃຫ້ຄຳໝັ້ນສັນຍາລົງທຶນປະມານ 204 ຕື້ USD ເຂົ້າອັງກິດ. ຕາມທ່ານນາຍົກລັດຖະມົນຕີ ອັງກິດ ແລ້ວ, ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແມ່ນສຸມໃສ່ຂົງເຂດປັນຍາປະດິດ (AI), ດ້ວຍຄຳໝັ້ນສັນຍາລົງທຶນຈາກບັນດາກຸ່ມບໍລິສັດເຕັກໂນໂລຢີແຖວໜ້າ, ຄື: Nvidia, Nscale, OpenAI, Google ແລະ Salesforce, ຄາດວ່າ ຈະສ້າງວຽກເຮັດງານທຳໃຫ້ປະມານ 15.000 ຄົນ ຢູ່ອັງກິດໃນຊຸມປີຕໍ່ໄປ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Keir Starmer ໄດ້ປຶກສາຫາລືກ່ຽວກັບການປະທະກັນຢູ່ເຂດ ກາຊາ ແລະ ສະພາບການຢູ່ ຢູແກຼນ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ອາ​ເມ​ລິ​ກາ/ອັງ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ