logo

ອາ​ເມ​ລິ​ກາ ເລີ່ມ​ດຳ​ເນີນ​ພິ​ທີ​ລົງນາມການ​ສ້າງ​ຕັ້ງ​ສະ​ພາ​ສັນ​ຕິ​ພາບ ເຂດ ກາ​ຊາ

2026/1/23 | 09:19:07
(VOVWORLD) - ພິທີລົງນາມການສ້າງຕັ້ງສະພາສັນຕິພາບເຂດ ກາຊາ ຢ່າງເປັນທາງການຖືກຈັດຂຶ້ນໃນວັນທີ 22 ມັງກອນ, ຢູ່ນອກກອງປະຊຸມປະຈຳປີຄັ້ງທີ 56 ຂອງເວທີປາໄສເສດຖະກິດໂລກ (WEF) ທີ່ພວມດຳເນີນຢູ່ Davos (ສະວິດ), ພາຍໃຕ້ການເປັນປະທານຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ. 
ທ່ານປະທານາທິບໍດີ ອາເມລິກາ Donald Trump ຈັບສົນທິສັນຍາສະພາສັນຕິພາບ ທີ່ໄດ້ລົງນາມໃນ 22/1/2026. (ພາບ: REUTERS/Denis Balibouse)

ດ້ວຍບົດບາດເປັນປະທານສະພາ, ທ່ານປະທານາທິບໍດີ Donald Trump ຢັ້ງຢືນວ່າ ສະພາຈະເຄື່ອນໄຫວດ້ວຍການສົມທົບກັບ ສປຊ ໃນບັນດາຄວາມມານະພະຍາຍາມຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບສາກົນ.

ໃນພິທີລົງນາມ, ການນຳ ແລະ ເຈົ້າໜ້າທີ່ຂັ້ນສູງທີ່ມາຈາກ 19 ປະເທດ ພ້ອມກັນລົງນາມໃນກົດລະບຽບກໍ່ຕັ້ງສະພາສັນຕິພາບເຂດ ກາຊາ. ບັນດາປະເທດດັ່ງກ່າວ ລວມມີ: ອາເມລິກາ, ອາກເມເນຍ, ອາກຊັງຕິນ, ອາເຊັກໄບຊານ, ບາເຣັນ, ບຸນກາຣີ, ຮຸງກາຣີ, ອິນໂດເນເຊຍ, ຈໍແດນ, ກາຊັກສະຖານ, ມົງໂກນ, ມາຣົກ,  ປາກິດສະຖານ, ປາຣາກວາຍ, ກາຕາ, ອາຣັບບິ ຊະອຸດິ, ຕວັກກີ, ສະຫະລັດອາຣັບ ເອມມີເລດ (UAE) ແລະ ອູເບກິດສະຖານ.

ເມື່ອແຈ້ງການໃນພິທີ, ທ່ານນາງ Karoline Leavitt ເລຂາດ້ານສື່ມວນຊົນຂອງທຳນຽບຂາວ ໃຫ້ຮູ້ວ່າ ກົດລະບຽບຂອງສະພາສັນຕິພາບເຂດ ກາຊາ ໂດຍ ອາເມລິກາ ລິເລີ່ມ ໄດ້ເລີ່ມມີຜົນບັງຄັບໃຊ້ແລ້ວ ແລະ ອາເມລິກາ ຖືສະພາດັ່ງກ່າວຄືດັ່ງເປັນກົນໄກສາກົນ ແນໃສ່ຊຸກຍູ້ບັນດາຄວາມມານະພະຍາຍາມຕໍ່ສັນຕິພາບ.

TAG
VOV/VOVworld/​ສະ​ພາ​ສັນ​ຕິ​ພາບ​ເຂດ ກາ​ຊາ/ປະ​ທາ​ນາ​ທ​ບໍ​ດີ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ