logo

ອາ​ເມ​ລິ​ກາ ເລີ່ມ​ໄລ​ຍະ​ທີ​ສອງ ແຜນ​ການ​ຢຸດ​ຕິ​ການ​ປະ​ທະ​ກັນ​ຢູ່​ເຂດ​ກາ​ຊາ

2026/1/15 | 07:47:14
(VOVWORLD) - ວັນທີ 14 ມັງກອນ, ລັດຖະບານ ອາເມລິກາ ປະກາດຈະເລີ່ມໄລຍະທີສອງຂອງແຜນການຢຸດຕິການປະທະກັນຢູ່ເຂດກາຊາ.
ບັນດາຕຶກອາຄານຖືກທຳລາຍຢູ່ນະຄອນ ກາຊາ (ພາບ: REUTERS/Dawoud Abu Alkas )

ໄລຍະທຳອິດໃນແຜນການຂອງອາເມລິກາ ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໃນນັ້ນມີບັນດາການບຸກໂຈມຕີທາງອາກາດຂອງອິດສະລາແອັນ ເຮັດໃຫ້ປະຊາຊົນນັບຮ້ອຍຄົນຢູ່ເຂດກາຊາເສຍຊີວິດ, ເລື່ອງຍັງບໍ່ທັນຢັ້ງຢືນໄດ້ອັດຖິຂອງຕົວປະກັນອິດສະລາແອັນຄົນສຸດທ້າຍ, ກໍ່ຄືຄວາມຊັກຊ້າໃນການເປີດບັນດາດ່ານຊາຍແດນລະຫວ່າງ ເຂດກາຊາ ແລະ ເອຢິບຄືນໃໝ່.

ການເລີ່ມໄລຍະທີສອງໝາຍຄວາມວ່າ: ອາເມລິກາ ແລະ ບັນດາຄູ່ຮ່ວມມືເປັນກາງໄກ່ເກ່ຍ ຈະປະເຊີນໜ້າກັບບັນດາສິ່ງທ້າທາຍທີ່ສັບສົນກວ່າ, ລວມມີວິທີການແກ້ໄຂ ຮາມາດສ ແລະ ການຜັນຂະຫຍາຍກຳລັງຮັກສາສັນຕິພາບສາກົນ ຢູ່ເຂດກາຊາ. ໃນບົດທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ, ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ໄລຍະທີສອງຈະສຸມໃສ່ການສ້າງອຳນາດການປົກຄອງປ່ຽນຜ່ານ ຂອງຊາວປາແລັດສະຕິນ ຢູ່ເຂດກາຊາ, ພ້ອມທັງເລີ່ມວິວັດການ ຫຼຸດຜ່ອນກຳລັງອາວຸດ ແລະ ສ້າງສາເຂດນີ້ຄືນໃໝ່.

TAG
VOV/VOVworld/ອາ​ເມ​ລິ​ກາ/ແຜນ​ການ​/​ການ​ປະ​ທະ​ກັນ/​ເຂດ​ກາ​ຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ