logo

ອາ​ເມ​ລິ​ກາ ແລະ ຢູ​ແກຼນ ຍັງ​ບໍ່​ທັນ​ເຫັນ​ດີເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ເຊຍ ແລະ ຢູ​ແກຼນ​

2026/1/19 | 09:09:17
(VOVWORLD) - ຕາມທ່ານ Rustem Umerov ແລ້ວ,  ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.

ວັນທີ 18 ມັງກອນ, ທ່ານ Rustem Umerov ຫົວໜ້າຄະນະເຈລະຈາ ຢູແກຼນ ໃຫ້ຮູ້ວ່າ ບັນດາການເຈລະຈາກັບບັນດາເຈົ້າໜ້າທີ່ອາເມລິກາ ເພື່ອແນໃສ່ຊອກຫາມາດຕະການຢຸດຕິການປະທະກັນທີ່ແກ່ຍາວເປັນເວລາ 4 ປີກັບ ລັດເຊຍ ຈະສືບຕໍ່ໄດ້ດຳເນີນຢູ່ນອກເວທີປາໄສເສດຖະກິດໂລກ ຢູ່ນະຄອນ Davos, ປະເທດ ສະວິດໃນອາທິດນີ້. ທ່ານ Rustem Umerov ໃຫ້ຮູ້ວ່າພາຍຫຼັງການເຮັດວຽກເປັນເວລາ 2 ວັນຢູ່ Florida, ອາເມລິກາ ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເຮັດວຽກຢູ່ລະດັບກຸ່ມໃນໄລຍະປຶກສາຫາລືຕໍ່ໄປຢູ່ Davos. ການພົບປະຢູ່ ອາເມລິກາ ມີການເຂົ້າຮ່ວມຂອງທ່ານ Steve Witkoff ທູດພິເສດ ແລະ ທ່ານ Jared Kushner. ຕາມທ່ານ Rustem Umerov ແລ້ວ,  ເນື້ອໃນປຶກສາຫາລືສຸມໃສ່ເຂົ້າການຮັບປະກັນບັນດາຄວາມໝັ້ນຄົງໃຫ້ແກ່ຢູແກຼນ ແລະ ແຜນການຟື້ນຟູເສດຖະກິດຫຼັງສົງຄາມ, ແຕ່ຍັງບໍ່ທັນມີສັນຍານໃດສະແດງໃຫ້ເຫັນວ່າ ສອງຝ່າຍບັນລຸໄດ້ຂໍ້ຕົກລົງລະອຽດສະບັບໃດໜຶ່ງ.

TAG
VOV/VOVworld/ອາ​ເມ​ລິ​ກາ/ຢູ​ແກຼນ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ