logo

ອາ​ເມ​ລິ​ກາ ແລະ ຢູ​ແກຼນ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວິ​ວັດ​ການ​ສັນ​ຕິ​ພາບ ແລະ ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ

2025/10/18 | 07:53:29
(VOVWORLD) - ວັນທີ 17 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ຢູແກຼນ Volodymyr Zelensky ໄດ້ດຳເນີນການເຈລະຈາຢູ່ທຳນຽບຂາວ, ນະຄອນຫຼວງວໍຊິງຕັນ, ປະເທດ ອາເມລິກາ.
ການເຈລະຈາລະຫວ່າງສອງຝ່າຍ (ພາບ: REUTERS/Jonathan Ernst)

 ທີ່ການເຈລະຈາ, ທ່ານປະທານາທິບໍດີ Donald Trump ສະແດງຄວາມເຊື່ອໝັ້ນວ່າ ວິວັດການເຈລະຈາສັນຕິພາບຢູ່ ຢູແກຼນ ພວມໄດ້ດຳເນີນຢ່າງຖືກທິດ ແລະ ໂອກາດເພື່ອບັນລຸໄດ້ຂໍ້ຕົກລົງຢຸດຕິການປະທະກັນແມ່ນມີຄວາມເປັນໄປໄດ້ສູງ. ເຖິງຢ່າງໃດກໍຕາມ, ທ່ານ Donald Trump ບໍ່ຢັ້ງຢືນເຖິງກໍລະນີ ຢູແກຼນອາດຈະຟື້ນຟູຜືນແຜ່ນດິນອັນຄົບຖ້ວນ, ພ້ອມທັງຖືວ່າ ລັດເຊຍ ພວມມີການກະທຳແກ່ຍາວວິວັດການເຈລະຈາເພື່ອປັບປຸງທີ່ຕັ້ງຂອງຕົນຕື່ມອີກ. ໃນຂົງເຂດປ້ອງກັນຊາດ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອາເມລິກາ ຈະພິຈາລະນາຢ່າງລະມັດລະວັງຄວາມສາມາດສະໜອງລູກສອນໄຟນຳວິຖີ Tomahawk ໃຫ້ແກ່ຢູແກຼນ ແລະ ສະແດງຄວາມປາດຖະໜາ ຢາກຊອກຫາວິທີການດີທີ່ສຸດ ເຊິ່ງບໍ່ຕ້ອງນຳໃຊ້ອາວຸດບຸກໂຈມຕີຊະນິດນີ້.

TAG
VOV/VOVworld/ອາ​ເມ​ລິ​ກາ/ຢູ​ແກຼນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ