logo

ອາ​ເມ​ລິ​ກາ ໃກ້​ຈະສ້າງ​ສຳ​ເລັດຂໍ້​ຕົກ​ລົງດ້ານ​ການ​ຄ້າ​ກັບຫຼາຍ​ປະ​ເທດອາ​ຊຽນ

2025/9/25 | 06:09:01
(VOVWORLD) -   ວັນທີ 24 ກັນຍາ, ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ຖະແຫຼງວ່າ ຄາດວ່າ ວໍຊິງຕັນ ຈະສ້າງສຳເລັດຂໍ້ຕົກລົງດ້ານການຄ້າສະບັບຕ່າງໆກັບຫຼາຍປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນຊຸມເດືອນຈະມາເຖິງ.
ທ່ານ Jamieson Greer ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ກ່າວຄຳເຫັນໃນການປະຊຸມກັບບັນດາລັດຖະມົນຕີເສດຖະກິດ ອາຊຽນ, ວັນທີ 24/9/2025 (ພາບ: REUTERS/Hasnoor Hussain)

ເມື່ອກ່າວຄຳເຫັນຢູ່ນະຄອນຫຼວງ ກົວລາ ລຳເປີ ຂອງ ມາເລເຊຍ ໃນການປະຊຸມກັບບັນດາລັດຖະມົນຕີເສດຖະກິດ ອາຊຽນ, ທ່ານ Greer ໃຫ້ຮູ້ວ່າ ບັນດາການເຈລະຈາກ່ຽວກັບພາສີອາກອນກັບແຕ່ລະປະເທດໃນພາກພື້ນ ພວມມີຄວາມຄືບໜ້າ ແລະ ຂໍ້ຕົກລົງຈຳນວນໜຶ່ງ ອາດຈະສຳເລັດໃນຊຸມເດືອນຈະມາເຖິງ, ຊ້ຳບໍ່ໜຳອາດຈະແມ່ນຊຸມອາທິດຈະມາເຖິງ. ກໍຕາມຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ ແລ້ວ, ວໍຊິງຕັນ ແລະ ບັນດາປະເທດ ອາຊຽນ ມີຜົນປະໂຫຍດຄ້າຍຄືກັນໃນຫຼາຍຂົງເຂດ ແລະ ອາດຈະຮ່ວມມືເພື່ອພ້ອມກັນບັນລຸໄດ້ເປົ້າໝາຍລວມ ນັ້ນແມ່ນນຳມາເຊິ່ງລັກສະນະສົມທົບ ແລະ ດຸ່ນດ່ຽງໃນລະບົບການຄ້າທົ່ວໂລກ.

        ບັນດາປະເທດ ອາຊຽນ ພວມຕ້ອງຈ່າຍອັດຕາພາສີອາກອນສູງຈາກອຳນາດການປົກຄອງ ອາເມລິກາ ແລະ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບບັນດາຜົນກະທົບ ທີ່ເກີດຈາກພາສີອາກອນ, ໂດຍສະເພາະແມ່ນສຳລັບບັນດາພື້ນຖານເສດຖະກິດທີ່ຂຶ້ນກັບການສົ່ງອອກ. ສ່ວນໃຫຍ່ ພາກພື້ນກຳລັງຕ້ອງຈ່າຍອັດຕາພາສີສົມທົບ  19 – 20%, ສະເພາະ ລາວ ແລະ ມຽນມາ ຖືກຈັດວາງອັດຕາພາສີ 40%, ສ່ວນ ສິງກະໂປ ເສຍອັດຕາພາສີອາກອນຕ່ຳສຸດແມ່ນ 10%.

ນັກຂ່າວ VOV ປະຈຳ ອາເມລິກາ


TAG
VOV/VOVworld/ຂໍ້​ຕົກ​ລົງດ້ານ​ການ​ຄ້າ​ກັບຫຼາຍ​ປະ​ເທດອາ​ຊຽນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ