logo

ອາເມ​ເລິ​ກາ ບໍ່​ປັດ​ເຂ່ຍ​ຄວາມ​ສາ​ມາດ​ສົ່ງ​ທະ​ຫານ​ເຂົ້າ ເວ​ເນ​ຊູ​ເອ​ລາ

2025/11/18 | 08:07:39
(VOVWORLD) - ທ່ານ Trump ຍັງໃຫ້ຮູ້ພ້ອມແລ້ວທີ່ຈະປະຕິບັດບັນດາການກະທຳດ້ານການທະຫານຢູ່ບັນດາປະເທດ ອາເມລິກາ ລາຕິນ ອື່ນໆ....

ທ່ານ Donald Trump ປະທານາທິບໍດີ ອາເມລິກາ (ພາບ: REUTERS)

  ວັນທີ  17 ພະຈິກ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ຮູ້ວ່າຈະບໍ່ປັດເຂ່ຍຄວາມສາມາດສົ່ງກຳລັງທະຫານ ອາເມລິກາ ເຂົ້າ ເວເນຊູເອລາ ເຖິງວ່າກ່ອນໜ້ານັ້ນ, ທ່ານໄດ້ໃຫ້ຮູ້ວ່າ ທ່ານອາດຈະດຳເນີນການເຈລະຈາກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ໃນການປະຊຸມຂ່າວທີ່ຈັດຂຶ້ນຢູ່ຫ້ອງການຮູບໄຂ່, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ຕ້ອງເອົາໃຈໃສ່ຕໍ່ ເວເນຊູເອລາ ຍ້ອນວ່າ ປະເທດນີ້ໄດ້ຍູ້ນັບແສນຄົນຈາກຄຸກແຫ່ງຕ່າງໆເຂົ້າ ອາເມລິກາ. ທ່ານ Trump ຍັງໄດ້ຕຳໜິຕິຕຽນຢ່າງແຮງເລື່ອງ ເວເນຊູເອລາ ໃຫ້ ປຊຊ ເປັນຈຳນວນຫຼາຍຜ່ານເຂດຊາຍແດນເຂົ້າ ອາເມລິກາ, ໃນນັ້ນ ມີຫຼາຍຄົນແມ່ນສະມາຊິກຂອງພັກຝ່າຍອາດຊະຍາກຳຢາເສບຕິດ.

  ບັນດາຄຳເຫັນຫຼ້າສຸດຂອງທ່ານ Trump ໄປຝືນກັບຄຳເຫັນຂອງທ່ານກ່ອນນັ້ນໜຶ່ງວັນ, ວ່າທ່ານພ້ອມແລ້ວທີ່ຈະດຳເນີນການປຶກສາຫາບລືກັບທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ. ຄຽງຄ້າງນັ້ນ, ທ່ານ Trump ຍັງໃຫ້ຮູ້ພ້ອມແລ້ວທີ່ຈະປະຕິບັດບັນດາການກະທຳດ້ານການທະຫານຢູ່ບັນດາປະເທດ ອາເມລິກາ ລາຕິນ ອື່ນໆ ເພື່ອຈຸດປະສົງສະກັດກັ້ນບັນດາພັກຝ່າຍຄ້າຂາຍຢາເສບຕິດ ແລະ ພ້ອມແລ້ວທີ່ຈະສົ່ງທະຫານເຂົ້າ ເມກຊີໂກ ເພື່ອສະກັດກັ້ນການຄ້າຂາຍຢາເສບຕິດ ແລະ ທຳລາຍບັນດາໂຮງງານຜະລິດ cocaine ຢູ່ ໂກລົມບີ.

TAG
VOV/VOVworld/ທ່ານ Donald Trump ປະທານາທິບໍດີ ອາເມລິກາ/ທ່ານ Nicolas Maduro ປະທານາທິບໍດີ ເວເນຊູເອລາ.

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ