logo

ອຳ​ນາດ​ການ​ປົ​ກຄອງ​ຊົ່ວ​ຄາວ ຊີ​ຣີ ກະ​ກຽມ​ຈັດ​ການ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ

2025/9/23 | 09:14:49
(VOVWORLD) - ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນ ຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ,  ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະ ການເມືອງ. 
ບັນຍາກາດຂອງວາລະປະຊຸມໜຶ່ງຂອງສະພາແຫ່ງຊາດ ຊີຣີ ຢູ່ນະຄອນຫຼວງ Damascus (ພາບ: SANA/TTXVN)

ວັນທີ 21 ກັນຍາ, ຄະນະກຳມະການເລືອກຕັ້ງ ຊີຮີ ໃຫ້ຮູ້ວ່າ ປະເທດນີ້ຄາດວ່າຈະຈັດການເລືອກຕັ້ງສະພາແຫ່ງຊາດໃນວັນທີ 05 ຕຸລາ ຈະມາເຖິງ, ຕາມລັດຖະທຳມະນູນຊົ່ວຄາວ ທີ່ໄດ້ປະກາດໃນເດືອນມີນາ, ອົງການນິຕິບັນຍັດຊຸດໃໝ່ຂອງ ຊີຣີ, ລວມມີສະມາຊິກ 210 ຄົນ, ໃນນັ້ນ ມີ 70 ຄົນໂດຍທ່ານ Ahmed al-Sharaa ປະທານາທິບໍດີ ສະເໜີເລືອກຕັ້ງ.

ທ້າຍເດືອນ ສິງຫາ ຜ່ານມາ, ລັດຖະບານ ຊີຣີ ປະກາດວ່າ ເລື່ອງເລືອກຕັ້ງຢູ່ແຂວງ Sweida ຈະຖືກໂຈະໄວ້, ເຊິ່ງເປັນບ່ອນທີ່ເກີດບັນດາການປະທະກັນ ຍ້ອນມີຂໍ້ຂັດແຍ້ງກັນດ້ານເຊື້ອຊາດຜິວພັນໃນເດືອນ ກໍລະກົດ,  ຢູ່ບັນດາແຂວງ Raqqa ແລະ Hasakah ກໍເຊັ່ນດຽວກັນ ຍ້ອນສະພາບການຄວາມສະຫງົບປອດໄພ ແລະ ການເມືອງ.  ສະພາແຫ່ງຊາດຊົ່ວຄາວມີອາຍຸການ 30 ເດືອນ ແລະ ສາມາດຕໍ່ກຳນົດເວລາ. ອົງການນີ້ຈະປະຕິບັດບົດບາດຂອງຕົນຈົນຮອດເມື່ອລັດຖະທຳມະນູນສະບັບສົມບູນໄດ້ຮັບການຮັບຮອງເອົາ ແລະ ການເລືອກຕັ້ງໃໝ່ຖືກຈັດຂຶ້ນ.

ມິງໂງ, ນັກຂ່າວ VOV ປະຈຳ ອີຢິບ

TAG
VOV/VOVworld/​ການ​ເລືອ​ກ​ຕັ້ງ​ສະ​ພາ​ແຫ່ງ​ຊາດ/ສະ​ພາ​ແຫ່ງ​ຊາດ ຊີ​ຣີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ