(vovworld)- ຍາມຕົ້ນລະດູບານໃຫມ່ ນັກທ່ອງທ່ຽວເຄີຍໄປຖະຫວາຍທູບທຽນຢູ່ ອຽນຕື ຊື່ງແມ່ນແຫ່ງໄດ້ຮັບການຂະຫນານນາມວ່າ “ດິນແດນຂອງພຸດທະສາສະຫນາ ຫວຽດນາມ” ແມ່ນການເລືອກເຟັ້ນຂອງນັກທ່ອງທ່ຽວຫລາຍຄົນ. ມີຫລາຍຄົນໄດ້ເລືອກເຟັ້ນວິທີຂຶ້ນພູ ອຽນຕື໋ ມາແຕ່ເຊົ້າ, ເພື່ອຮັບແສງອາລຸນວັນໃຫມ່ຢູ່ເຂດດິນແດນຂອງພະພຸດທະເຈົ້າ - ວັດດົງ.
ອຽນຕື ແມ່ນຈອມພູມີຄວາມສູງ 1068 ແມັດ ເມື່ອທຽບໃສ່ຫນ້ານ້ຳທະເລ, ຂຶ້ນກັບ ພາກຕາເວັນອອກສ່ຽງເຫນືອ ຫວຽດນາມ. ພູ ອຽນຕື໋ ປະຈຸບັນ ຍັງຄົງຮັກສາລະບົບບັນດາປູຊະນີຍະສະຖານປະຫວັດສາດວັດທະນະທຳ ຕິດພັນກັບການສ້າງຕັ້ງ ແລະ ພັດທະນາຂອງນິກາຍຈຸກເລີມອຽນຕື໋.
ເຈົ້າຊີວິດ ເຈີນເຍີນຕົງ ພາຍຫລັງສະຫລະບັນລັງໃຫ້ລູກຂອງຕົນ ຕັດສິນໃຈອອກຈາກພະລາດຊະວັງເພື່ອໄປບວດຢູ່ ພູອຽນຕື໋. ເຈົ້າຊີວິດ ເຈີນເຍີນຕົງ (1258-1308) ແມ່ນຜູ້ສ້າງຕັ້ງນິກາຍຈຸກເລີມອຽນຕື໋. ເພິ່ນໄດ້ໃຫ້ກໍ່ສ້າງກິດຈະກຳໃຫຍ່ນ້ອຍນັບຮ້ອຍແຫ່ງຢູ່ ພູອຽນຕື໋ ເພື່ອເປັນບ່ອນເຜີຍແຜ່ສາສະຫນາ.
ປະຈຸບັນ, ອຽນຕື໋ ກາຍເປັນເຂດທ່ອງທ່ຽວວັດທະນະທຳດ້ານຈິດວິນຍານ, ຊີວະພາບ, ທັດສະນີຍະພາບ, ດຶງດູດນັກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ ມາຢ້ຽມຢາມເປັນຈຳນວນຫລວງຫລາຍໃນຕະຫລອດປີ.
ໄຟເຍືອງທາງຂຶ້ນພູ, ສະຖານີກະເຊົ້າລອຍຟ້າ ໄດ້ເປີດມາແຕ່ເຊົ້າ. ໃນຈຸດເວລານີ້, ກະເຊົ້າລອຍຟ້າ ແມ່ນການເລືອກເຟັ້ນຂອງນັກທ່ອງທ່ຽວຫລາຍຄົນຍ້ອນປະຢັດເວລາ ແລະ ມີຄວາມປອດໄພກວ່າ.
|
ແຜ່ນສາລາ “ຈອມພູສັກກະລະບູຊາ ອຽນຕື໋” |
ພາຍຫລັງຂຶ້ນພູໃນເວລາເຄິ່ງຊົ່ວໂມງ, ນັກທ່ອງທ່ຽວໄດ້ໄປຮອດ ທຽນຈຸກຕື້ ຫລື ເອີ້ນວ່າ ວັດດົງ(ທອງ). ວັດແຫ່ງນີ້ຕັ້ງຢູ່ຈຸດສູງສຸດຂອງພູ ອຽນຕື໋ ດ້ວຍຄວາມສູງ 1.068 ແມັດ ເມື່ອທຽບໃສ່ຫນ້ານ້ຳທະເລ. ເບື້ອງຫລັງຂອງວັດແມ່ນເຫວເລິກ.
|
ນອກຈາກບັນດາປູຊະນີຍະສະຖານສາສະຫນາພຸດ, ອຽນຕື໋ ແມ່ນແຫ່ງທີ່ນັກທ່ອງທ່ຽວມັກທີ່ສຸດ ຍ້ອນທິວທັດທຳມະຊາດສວຍງາມ ແລະ ຮົກເຮື້ອເປົ່າຫວ່າງ.ອຽນຕື໋ ໄດ້ຮັບການອະນຸມັດຈາກນາຍົກລັດຖະມົນຕີ ກາຍເປັນປ່າສະຫງວນແຫ່ງຊາດ ດ້ວຍຕົ້ນໄມ້ນັບຮ້ອຍໆປະເພດແມ່ນມໍລະດົກ. ປ້າຍ: “ປ່າສະຫງວນແຫ່ງຊາດ ອຽນຕື໋- ຕົ້ນໄມ້ມໍລະດົກຫວຽດນາມ: ຕົ້ນດອກຈຳປາສີຂາວ” |
![]() |
ຕົ້ນແປກໃນທ່າມກາງແສງແດ |
ທິວທັດທຳມະຊາດສວຍງາມຄືດັ່ງຮູບແຕ້ມ |
ພາຍຫລັງໄປຢ້ຽມຊົມໃນເວລາມື້ຫນຶ່ງ,ນັກທ່ອງທ່ຽວກັບເມືອໃນຍາມແລງຖ້າຫາກນຳໃຊ້ກະເຊົ້າລອຍຟ້າເພື່ອໄປທ່ອງທ່ຽວ ອຽນຕື໋, ສະຖານີກະເຊົ້າລອຍຟ້າພຽງຮັບໃຊ້ນັກທ່ອງທ່ຽວຮອດ ເວລາ 18 ໂມງ. ໃນລະຫວ່າງເສັ້ນທາງກັບຄືນເມືອ ຈາກກະເຊົ້າລອຍຟ້າຫລຽວລົງໄປ, ທົ່ວເຂດທັດສະນີຍະພາບ ອຽນຕື໋ ຊ້ອນຕົວໃນສີຂຽວຂອງພູຜາປ່າໄມ້. |




