logo

ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ໝູ່​ບ້ານອາຊີບ​ຊ່າງ​ໄມ້​ພື້ນ​ເມືອງ ທາຍ​ອຽນ

2025/7/4 | 09:11:00
(VOVWORLD) - 

ໝູ່ບ້ານອາຊີບຊ່າງໄມ້ ທາຍອຽນ, ຢູ່ຕາແສງ ແທງບິນ, ເມືອງ ດຶທໍ້, ແຂວງ ຮ່າຕິ້ງ ມີຊື່ສຽງດ້ວຍບັນດາຜະລິດຕະພັນເຄື່ອງເຟີນີເຈີ ແລະ ໄມ້ຫັດຖະກຳສິລະປະ. ນີ້ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບຊ່າງໄມ້ພື້ນເມືອງທີ່ມີມາແຕ່ດົນນານຢູ່ພາກກາງ ຫວຽດນາມ. ບໍ່ພຽງແຕ່ໄດ້ຜະລິດບັນດາຜະລິດຕະພັນໄມ້ຫັດຖະກຳສິລະປະທີ່ຍອດຍິ່ງເທົ່ານັ້ນ, ທາຍອຽນ ຍັງແມ່ນໜຶ່ງໃນຈຳນວນໜ້ອຍໝູ່ບ້ານຢູ່ເຂດບ້ານນາຂອງແຂວງ ຮ່າຕິ້ງ ທີ່ຍັງຄົງຮັກສາຈຸດຄວາມງາມດ້ານວັດທະນະທຳພື້ນເມືອງທີ່ເຂັ້ມຂຸ້ນໄປດ້ວຍຂີດໝາຍຂອງໝູ່ບ້ານອາຊີບທີ່ມີມາແຕ່ດົນນານໄວ້ໄດ້ອີກດ້ວຍ.

 
(ພາບ: ກີມລຽວ/VOV5)

     ຈຸດພິເສດຂອງອາຊີບຊ່າງໄມ້ຢູ່ໝູ່ບ້ານ ທາຍອຽນ ແມ່ນຂັ້ນຕອນການຜະລິດແບບຫັດຖະກຳທັງໝົດ, ຊື່ງໄດ້ຮຽກຮ້ອງຄວາມລະອຽດລະອໍໃນແຕ່ລະຂັ້ນຕອນ. ນາຍຊ່າງ ທາຍອຽນ ໄດ້ເລືອກບັນດາຊະນິດໄມ້ທີ່ຫາຍາກ, ມີຄວາມທົນທານສູງ ແລະ ຄຸນນະພາບສູງຄື: ກະຈະ, ໄມ້ຮາມ, ແຕ້ຄ່າ, ໄມ້ເຕັ່ນ, ໄມ້ສົ້ມສວາຍ, ໄມ້ລະແອນ…ຊື້ຈາກທິດຕາເວັນຕົກແຂວງ ຮ່າຕິ້ງ ແລະ ເງະອານ. ຫຼັງຈາກນັ້ນ, ໄມ້ຖືກເອົາມາຕັດ, ເລື່ອຍ, ຜະລິດຕາມແຕ່ລະສິ້ນສ່ວນ. ບັນດາຂັ້ນຕອນ ເຈາະ, ຖາກ, ກົບ, ຄວັດ, ແກະສະຫຼັກ, ທາ ແລະ ຂັດແວັກນີ ໄດ້ເຮັດດ້ວຍມືທັງໝົດ, ຮັບປະກັນໃຫ້ແຕ່ລະຜະລິດຕະພັນລ້ວນແຕ່ມີຄວາມປະທັບໃຈພິເສດສະເພາະ. ທ່ານ ຟານດັງລ້ວນ ເຈົ້າຂອງຮາກຖານຜະລິດເຄື່ອງເຟີນີເຈີຫັດຖະກຳສິລະປະທີ່ມີຂອບຂະໜາດໃຫຍ່ຢູ່ຕາແສງ ແທັງບິນທິ້ງ ແບ່ງປັນວ່າ:

   ທຳອິດແມ່ນຕ້ອງຄັດເລືອກໄມ້ທີ່ບໍ່ຄົດ, ບ້ຽວ, ນາຍຊ່າງຕ້ອງມີປະສົບການແຕ່ 10 ປີຂຶ້ນໄປ, ມີສີມືດີ, ເຮັດຜະລິດຕະພັນສວຍງາມ, ມີເຕັກນິກທາ ແລະ ຂັດເງົາ, ຜະລິດເຕັກໂນໂລຊີໃໝ່, ເຄື່ອງຈັກທັນສະໄໝ.

(ພາບ: ກີມລຽວ/VOV5)

     ປະຈຸບັນ, ໝູ່ບ້ານອາຊີບຊ່າງໄມ້ພື້ນເມືອງ ທາຍອຽນ, ຕາແສງ ແທງບິນທິ້ງ ມີວິສາຫະກິດ, ສະຫະກອນ 56 ແຫ່ງ ແລະ ກວ່າ 1.037 ຄອບຄົວຜະລິດ. ຍອດລາຍຮັບແຕ່ລະປີຂອງໝູ່ບ້ານຄາດວ່າບັນລຸກ່ວາ 35 ລ້ານ USD, ແກ້ໄຂວຽກເຮັດງານທຳໃຫ້ແຮງງານ 1.900 ຄົນ. ຜະລິດຕະພັນເຄື່ອງເຟີນີເຈີ ທາຍອຽນ ໄດ້ຈຳໜ່າຍຢ່າງກ້ວາງຂວາງຢູ່ພາຍໃນປະເທດ ກໍ່ຄືໄດ້ສົ່ງອອກໄປຍັງຕ່າງປະເທດ. ເລື່ອງສົ່ງອອກຜະລິດຕະພັນໄປຕ່າງປະເທດ ໄດ້ປະກອບສ່ວນເພີ່ມການເຕີບໂຕເສດຖະກິດໃຫ້ແກ່ຕາແສງ ແທງບິນທິ້ງ ແລະ ໃຫ້ແກ່ແຂວງ ຮ່າຕິ້ງ. ທ່ານ ເຈິ່ນວັນຕວ່ານ ເຈົ້າຂອງຮາກຖານຜະລິດເຄື່ອງເຟີນີເຈີ ຕວ່ານໂລກ, ທາຍອຽນ ໃຫ້ຮູ້ວ່າ:

   ເພື່ອໃຫ້ຜະລິດຕະພັນຂອງໝູ່ບ້ານອາຊີບ ທາຍອຽນ ຈຳໜ່າຍໄດ້ຢູ່ທຸກແຫ່ງ, ພວກຂ້າພະເຈົ້າໄດ້ກຳນົດທິດຕ້ອງອອກແບບຮູບແບບໃໝ່ເພື່ອຮັບໃຊ້ ປຊຊ, ບັນດາຜະລິດຕະພັນທີ່ໄດ້ຜະລິດອອກມາຕ້ອງເໝາະສົມກັບຄວາມນິຍົມຂອງຜູ້ບໍລິໂພກ, ຕໍ່ຈາກນັ້ນ ພວກຂ້າພະເຈົ້າຈະນຳໃຊ້ເຄື່ອງຈັກ, ເຕັກໂນໂລຊີທັນສະໄໝເພື່ອເພີ່ມສະມັດຕະພາບແຮງງານ.

    ຕໍ່ໜ້າສິ່ງທ້າທາຍຂອງຍຸກມະໄໝ ພ້ອມກັບການແກ້ງແຍ້ງທີ່ຂ້ຽວຂາດ ແລະ ຄວາມຕ້ອງການນຳໃຊ້ເຄື່ອງເຟີນີເຈີຜະລິດແບບອຸດສາຫະກຳສູງ, ຊາວໝູ່ບ້ານ ທາຍອຽນ ຍັງມານະພະຍາຍາມຮັກສາ ແລະ ພັດທະນາເຄື່ອງໝາຍການຄ້າຊ່າງໄມ້ພື້ນເມືອງໄວ້. ຮາກຖານການຜະລິດຈຳນວນໜຶ່ງໃນໝູ່ບ້ານໄດ້ຜະລິດສະເພາະເຄື່ອງໄມ້ທີ່ເປັນທີ່ລະນຶກຄື: ປຶ້ມ, ໂຄມໄຟ, ພວງກຸນແຈ, ຈານ, ໂຖດອກໄມ້, ຈອກ… ນີ້ແມ່ນທິດເດີນທີ່ໃໝ່ອ່ຽມພໍສົມຄວນສຳລັບໝູ່ບ້ານອາຊີບພື້ນເມືອງຄືໝູ່ບ້ານ ທາຍອຽນ. ນັກສິລະປະການ ຟານດັງອຽນ ແບ່ງປັນວ່າ:

   ຮູບແບບຂອງຜະລິດຕະພັນເພື່ອຮັບໃຊ້ແຂກທ່ອງທ່ຽວຕ້ອງມີຫຼາຍຮູບຫຼາຍແບບ, ກະທັດລັດ ແລະ ມີຄວາມຍອດຍິ່ງ, ຍ້ອນວ່າແຂກທ່ອງທ່ຽວບໍ່ສາມາດເອົາເຄື່ອງໜັກໄປນຳໄດ້, ຕ້ອງແມ່ນຜະລິດຕະພັນເບົາ, ນ້ອຍ ແລະ ມີລັກສະນະເປັນເອກະລັກຂອງໝູ່ບ້ານອາຊີບຄື: ຈອກ, ເຕົ້ານ້ຳຊາ, ເຄື່ອງໃຊ້ໃນຮ້ານບູຊາ, ກັບໃສ່ໄມ້ຈີ້ມແຂ້ວ… ເພື່ອຊື້ເປັນຂອງຕ້ອນໃຫ້ອ້າຍນ້ອງ, ໝູ່ເພື່ອນ.

    ບັນດາຮາກຖານຜະລິດໄດ້ນຳໃຊ້ວິທະຍາສາດເຕັກນິກເຂົ້າໃນຂັ້ນຕອນການຜະລິດເພື່ອປັບປຸງຄຸນນະພາບຜະລິດຕະພັນ. ຄຽງຂ້າງນັ້ນ, ເລື່ອງພັດທະນາເຄື່ອງໝາຍການຄ້າ “ເຄື່ອງໄມ້ ທາຍອຽນ” ຜ່ານບັນດາການເຄື່ອນໄຫວ marketing, ແນະນຳຜະລິດຕະພັນຢູ່ງານຕະຫຼາດນັດ ແລະ ງານວາງສະແດງສາກົນຄັ້ງຕ່າງໆ ກໍ່ແມ່ນທິດເດີນຍຸດທະສາດ ເພື່ອເພີ່ມທະວີການມີໜ້າ ແລະ ຈຳໜ່າຍຜະລິດຕະພັນອອກສູ່ທົ່ວໂລກ. ທ່ານ ຫງວຽນຄັກຈຽນ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ແທັງບິນ, ດຶກທໍ້, ຮ່າຕິ້ງ ໃຫ້ຮູ້ວ່າ:

  ພວກຂ້າພະເຈົ້າຮ່ຳຮຽນເພື່ອຍູ້ແຮງຮູບແບບ, ມຸ່ງໄປເຖິງການຄັດເລືອກບັນດາແຫຼ່ງວັດຖຸດິບ, ຖັດຈາກນັ້ນແມ່ນຂອອົບໄມ້ ພ້ອມກັບສີມືຂອງນາຍຊ່າງ ເພື່ອຜະລິດບັນດາຜະລິດຕະພັນອອກສູ່ຕະຫຼາດທີ່ຮັບປະກັນຄຸນນະພາບ, ມີຄວາມເຊື່ອຖື, ຮັບປະກັນດ້ານຮູບແບບ, ຄວາມງາມ.

    ໝູ່ບ້ານອາຊີບ ທາຍອຽນ ບໍ່ພຽງແຕ່ແມ່ນຈຸດພົ້ນເດັ່ນໃນຂະແໜງຊ່າງໄມ້ພື້ນເມືອງຂອງແຂວງ ຮ່າຕິ້ງ ເທົ່ານັ້ນ, ຫາກຍັງແມ່ນສັນຍາລັກຂອງການສົມທົບລະຫວ່າງວັດທະນະທຳທີ່ເປັນມູນເຊື້ອ ແລະ ການພັດທະນາເສດຖະກິດທີ່ທັນສະໄໝອີກດ້ວຍ. ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກພິເສດ, ຄວາມວ່ອງໄວໄປທັນກັບຕະຫຼາດ, ກັບຄວາມນິຍົມຂອງຜູ້ບໍລິໂພກ ຂອງບັນດານາຍຊ່າງ, ໝູ່ບ້ານອາຊີບຊ່າງໄມ້ ທາຍອຽນ ພວມກາຍເປັນສັນຍາລັກຂອງການດັດປັບ. ຜະລິດຕະພັນຂອງໝູ່ບ້ານ ໄດ້ຮັບຄວາມນິຍົມຈາກລູກຄ້າ ໄດ້ຊ່ວຍຍົກສູງຊີວິດການເປັນຢູ່ຂອງ ປຊຊ ໃນໝູ່ບ້ານ ກໍ່ຄືປະກອບສ່ວນເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນແບບຍືນຍົງ./.

TAG
VOV/VOVworld/ໝູ່​ບ້ານ​ອາ​ຊີບ​ຊ່າງ​ໄມ້ ທາຍ​ອຽນ/ຢູ່​ຕາ​ແສງ ແທງ​ບິນ/ເມືອງ ດຶກທໍ້/ແຂວງ ຮ່າ​ຕິ້ງ/ທ່ານ ເຈິ່ນວັນຕວ່ານ ເຈົ້າຂອງຮານຖານຜະລິດເຄື່ອງເຟີນີເຈີ ຕວ່ານໂລ/ທ່ານ ພານດັງລ້ວນ ເຈົ້າຂອງຮານຖານຜະລິດເຄື່ອງເຟີນີເຈີຫັດຖະກຳສິລະປະທີ່ມີຂອບຂະໜາດໃຫຍ່ຢູ່ຕາແສງ ແທັງບິນທິ້ງ/າ​ໝູ່​ບ້ານອາຊີບ​ຊ່າງ​ໄມ້​ພື້ນ​ເມືອງ ທາຍ​ອຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ