ກອງປະຊຸມແມ່ນເນື້ອໃນຈຸດສຸມໃນລະບົບບັນດາເຫດການ ຊຸກຍູ້ ການຄ້າຂອງແຂວງ ຮຶງອຽນ ປີ 2020. ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ຮ້ານສັບພະສິນຄ້າ, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ມີໂອກາດໄດ້ພົບປະກັບບັນດານັກຄຸ້ມຄອງ, ຫົວຫນ້າສະຫະກອນ, ເຈົ້າຂອງເຮືອນສວນ ເພື່ອຊອກຮູ້ ກ່ຽວກັບ ຜະລິດຕະພັນກະເສດຫລັກແຫລ່ງຂອງແຂວງ ຮຶງອຽນ.
ພ້ອມກັບກອງປະຊຸມຄັ້ງນີ້ ປີ 2020 ແຂວງ ຮຶງອຽນ ຍັງມີການເຄື່ອນໄຫວ ຊຸກຍູ້ ການຈຳຫນ່າຍ ຜະລິດຕະພັນກະເສດປະເພດອື່ນໆຄື: ງານບຸນໝາກລຳໄຍ; ກອງປະຊຸມສຳມະນາຫົວເລື່ອງສະເພາະການຜະລິດກະສິກຳການປຸກຝັງປອດສານພິດ, ຍືນຍົງ; ການເຄື່ອນໄຫວທ່ອງທ່ຽວ ຢ້ຽມຊົມສວນລຳໄຍ, ສັບປະດາໝາກລຳໄຍຢູ່ ຮ່າໂນ້ຍ… ຜ່ານບັນດາການເຄື່ອນໄຫວນີ້ ຜູ້ບໍລິໂພກນັບມື້ນັບຮູ້ຈັກເຖິງບັນດາຜະລິດຕະພັນກະເສດທີ່ເປັນເອກະລັກສະເພາະຂອງແຂວງ ຮຶງອຽນ.
ໝາກລຳໄຍ ແຂວງ ຮຶງອຽນ ໄດ້ວາງສະແດງໃນງານຕະຫຼາດນັດ (ພາບ: baotainguyenmoitruong.com.vn) |
ໄລຍະຜ່ານມາ , ແຂວງ ຮຶງອຽນ ໄດ້ ແລະ ພວມຜັນຂະຫຍາຍການເຄື່ອນໄຫວຕ່າງໆເພື່ອ ຊຸກຍູ້ ການຈຳຫນ່າຍຜະລິດຕະພັນກະເສດຕາມທິດປັບປຸງ ແລະ ພັດທະນາຕະຫລາດພາຍໃນປະເທດ; ເປີດກວ້າງຕະຫລາດສົ່ງອອກ; ຫນູນຊ່ວຍການເຊື່ອມຕໍ່ຂໍ້ມູນຂ່າວສານ, ການສຳຜັດ ແລະ ເປີດກວ້າງຕະຫລາດ; ເພີ່ມທະວີວຽກງານໂຄສະນາຜະລິດຕະພັນ; ຍົກສູງຄຸນນະພາບຜະລິດຕະພັນກະເສດ ຕອບສະຫນອງບັນດາມາດຕະຖານຄວາມປອດໄພ. ທ່ານ ຫງວຽນມິງກວາງ ຮອງປະທານຄະນະກຳມະການປະຊາຊົນແຂວງ ຮຶງອຽນ ໃຫ້ຮູ້ວ່າ: ຫນຶ່ງໃນບັນດາທ່າແຮງຂອງຜະລິດຕະພັນກະເສດ ແຂວງ ຮຶງອຽນ ນັ້ນແມ່ນປະຕິບັດຂັ້ນຕອນຜະລິດຕາມທິດປອດສານພິດ ແລະ ປະຕິບັດຕາມມາດຖານ VietGAP ຢ່າງເຂັ້ມງວດ. ຍ້ອນເຫດນັ້ນ ໃນສອງສາມປີມານີ້ ໝາກລຳໄຍຂອງແຂວງ ຮຶງອຽນ ໄດ້ມີຫນ້າໃນບັນດາເຍື່ອງອາຫານ ຮັບໃຊ້ ຜູ້ໂດຍສານຂອງບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ໂດຍສານພາຍໃນປະເທດ ແລະ ຕ່າງປະເທດ.
ທ່ານ ໂງຮົ່ງມິງ ຜູ້ຕາງຫນ້າ Vietnam Airlines ໃຫ້ຮູ້ວ່າ:
“ນັບແຕ່ປີ 2018 ພວກຂ້າພະເຈົ້າໄດ້ສົມທົບກັບ ພະແນກອຸດສາຫະກຳ ການຄ້າແຂວງ ນຳເອົາໝາກລຳໄຍ ຮຶງອຽນ ມາຮັບໃຊ້ໃນບັນດາສາຍການບິນ ແລະ ໄດ້ຮັບການຕີລາຄາສູງຈາກຜູ້ໂດຍສານ. ເມື່ອບັນລຸໄດ້ມາດຖານຂອງ Viet Gap ແລ້ວ ແມ່ນສາມາດຮັບໃຊ້ຜູ້ໂດຍສານໃນສາຍການບິນຕ່າງໆໄດ້`".
ປະລິມານຈຳຫນ່າຍຜະລິດຕະພັນກະເສດ ເປັນປົກກະຕິ ຍ້ອນໄດ້ມີການປະຕິບັດຂັ້ນຕອນຄຸນນະພາບຢ່າງເຂັ້ມງວດ ຊ່ວຍໃຫ້ຜູ້ປູກຕົ້ນລຳໄຍ, ຜູ້ຜະລິດມີຄວາມອຸ່ນອ່ຽນໃຈກວ່າ, ມີລາຍຮັບເປັນປົກກະຕິ. ທ່ານ ຫງວຽນກວາງດ້ຽນ ສະຫະກອນໝາກລຳໄຍ ແຂວງ ຮຶງອຽນ ແບ່ງປັນວ່າ:
“ພາຍຫລັງ Vietnam Airlines ພິຈາລະນາຄຸນນະພາບຂອງໝາກລຳໄຍຂອງພວກຂ້າພະເຈົ້າ ແລະ ຕີລາຄາສູງແລ້ວ ເຂົາເຈົ້າໄດ້ມາຊື້ເປັນຈຳນວນຫລວງຫລາຍ. ຂ້າພະເຈົ້າດີໃຈທີ່ສຸດ ເພາະພໍ່ແມ່ປະຊາຊົນພວມປະຕິບັດຕາມມາດຖານ VietGap ບັນລຸປະສິດທິຜົນ.”
![]() ບໍລິສັດການບິນ Vietnam Airlines ເລືອກເອົາໝາກລຳໄຍ ຮຶງອຽນ ຮັບໃຊ້ຜູ້ໂດຍສານໃນສາຍການບິນຕ່າງໆ (ພາບ: baodautu.vn) |
ຄາດວ່າ, ປະລິມານການຜະລິດໝາກລຳໄຍທັງໝົດຂອງແຂວງ ຮຶງອຽນ ປີ 2020 ຈະບັນລຸ 11.000 ໂຕນ, ເພີ່ມຂຶ້ນ 3.000 ໂຕນ ເມື່ອທຽບໃສ່ລະດູການຂອງປີ 2019. ພ້ອມກັນນັ້ນ, ປະລິມານການຜະລິດຂອງບັນດາຜະລິດຕະພັນກະເສດອື່ນໆຄື ໝາກກ້ຽງ, ໝາກກ້ວຍ... ກໍ່ລ້ວນແຕ່ເພີ່ມຂຶ້ນ. ປັດຈຸບັນ, ທ້ອງຖິ່ນຕ່າງໆໃນແຂວງ ຮຶງອຽນ ຖືການສົ່ງເສີມການຄ້າ ແມ່ນຄວາມຮັບຜິດຊອບຂອງຄະນະພັກ, ອຳນາດການປົກຄອງ ເພື່ອແນໃສ່ຊອກຫາມາດຕະການຈຳໜ່າຍຜະລິດຕະພັນກະເສດຂອງທ້ອງຖິ່ນ. ພິເສດ, ໃນໄລຍະຜ່ານມາ, ສະມາຄົມຊາວກະສິກອນແຂວງ ກໍຈັດຕັ້ງການໂຄສະນາ, ແນະນຳຜະລິດຕະພັນເປັນປະຈຳ ແລະ ຂາຍສິນຄ້າຜ່ານຫຼາຍຊ່ອງທາງ ຄື ໜູນຊ່ວຍຮ້ານວາງສະແດງສິນຄ້າໃນງານຕະຫຼາດນັດ, ກອງປະຊຸມສຳມະນາໃນສື່ສັງຄົມອອນລາຍ, ຊ່ວຍຊາວກະສິກອນເປີດກວ້າງຕະຫຼາດຈຳໜ່າຍ. ທ່ານ ຫງວຽນຕວ໊ນຫວຽດ, ປະທານສະມາຄົມຊາວກະສິກອນແຂວງ ຮຶງອຽນ ໃຫ້ຮູ້ວ່າ:
“ສະມາຄົມຊາວກະສິກອນ ຮຶງອຽນ ໄດ້ມອບໃຫ້ສູນສອນ ສີມື/ວິຊາ ອາຊີບ ແລະ ໜູນຊ່ວຍຊາວກະສິກອນແຂວງ ໃນຊຸມປີຜ່ານມາ ໄດ້ຈັດຕັ້ງບັນດາການເຄື່ອນໄຫວໃຫ້ຊາວກະສິກອນເຊື່ອມຕໍ່ກັບບັນດາວິສາຫະກິດ ເພື່ອໜູນຊ່ວຍ, ຊ່ວຍເຫຼືອການເກັບຊື້ບັນດາຜະລິດຕະພັນກະເສດ, ໃນນັ້ນ ເອົາໃຈໃສ່ເຖິງບັນດາຜະລິດຕະພັນຄື ພືດຜັກ, ໝາກໄມ້”.
ສຳລັບແຜນການຂອງຊຸມປີຈະມາເຖິງ, ຮຶງອຽນ ໄດ້ວາງອອກບາງມາດຕະການຕົ້ນຕໍ ເພື່ອແນໃສ່ຍູ້ແຮງການສົ່ງເສີມການຈຳໜ່າຍຜະລິດຕະພັນກະເສດຂອງແຂວງ, ເຊື່ອມຕໍ່, ສົມທົບກັບຫ້ອງການທູດການຄ້າ ຫວຽດນາມ ປະຈຳ ຕ່າງປະເທດ ເພື່ອໄດ້ຄັດເລືອກໃຫ້ເຂົ້າຮ່ວມບາງເຫດການສົ່ງເສີມການຄ້າ, ການຈຳໜ່າຍຜະລິດຕະພັນກະເສດສາກົນ ເພື່ອເຊື່ອມຕໍ່, ຊອກຫາແຫຼ່ງຕະຫຼາດໃໝ່. ສ້າງເຄື່ອງໝາຍການຄ້າ, ຍີ່ຫໍ້, ການຫຸ້ມຫໍ່ຜະລິດຕະພັນ, ສິນຄ້າ ແລະ ທີ່ມາຂອງບັນດາຜະລິດຕະພັນກະເສດຂອງແຂວງ.
ດ້ວຍບັນດາມາດຕະການທີ່ໄດ້ຜັນຂະຫຍາຍຢ່າງຄົບຊຸດ, ແຂວງ ຮຶງອຽນ ພວມພະຍາຍາມເສີມຂະຫຍາຍທ່າແຮງຂອງບັນດາປະເພດຜະລິດຕະພັນກະເສດ, ຜະລິດຕະພັນທີ່ເປັນເອກະລັກຂອງເຂດທີ່ມີເຄື່ອງໝາຍການຄ້າ, ສະໜອງໃຫ້ຕະຫຼາດບັນດາຜະລິດຕະພັນກະເສດທີ່ມີຄຸນນະພາບ ແລະ ມູນຄ່າສູງ. ຜ່ານການສ້າງບັນດາຊ່ອງຈຳໜ່າຍທີ່ມີຫຼາຍຮູບຫຼາຍແບບ ເຊິ່ງ ແຂວງ ຮຶງອຽນ ໄດ້ຜັນຂະຫຍາຍໃນໄລຍະຜ່ານມາ ອັນໄດ້ປະກອບສ່ວນສ້າງເງື່ອນໄຂເພື່ອໃຫ້ຜະລິດຕະພັນກະເສດຂອງແຂວງ ໄດ້ວາງຂາຍບໍ່ ວ່າ/ພຽງແຕ່ ຢູ່ບັນດາຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງສົ່ງອອກໄປຍັງຕະຫຼາດໂລກອີກດ້ວຍ./.




