logo

ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ-ກຳ​ປູ​ເຈຍ, ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ພັດ​ທະ​ນາ

2025/11/13 | 10:20:35
(VOVWORLD) - ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026.

   ໃນຂອບເຂດການພົບປະແລກປ່ຽນມິດຕະພາບ ປ້ອງກັນຊາຍແດນ ຫວຽດນາມ-ກຳປູເຈຍ ຄັ້ງທີ 2, ວັນທີ 13 ພະຈິກ, ຢູ່ ໄຕນິງ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພົນເອກ Tea Seiha, ຮອງນາຍັກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ.

  ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ, ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຜັນຂະຫຍາຍຢ່າງຮອບດ້ານ, ແທດຈິງ, ຖືກຕາມການກຳນົດທິດທີ່ການນຳຂັ້ນສູງສອງປະເທດໄດ້ເປັນເອກະພາບ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານເຫັນດີຈະສືບຕໍ່ປັບປຸງການພົວພັນສາມັກຄີ, ມິດຕະພາບ; ເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ, ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ; ເປີດກ້ວາງການພົບປະແລກປ່ຽນນາຍທະຫານໜຸ່ມ, ການນຳໜຸ່ມ….

ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026; ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືບຳລຸງສ້າງ, ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ ແລະ ຂໍ້ຕົກລົງຮ່ວມມືດ້ານຊາຍແດນ.

TAG
VOV/VOVworld/ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ-ກຳ​ປູ​ເຈຍ/ທ່ານລັດຖະມົນຕີ ຟານວັນຢາງ/ທ່ານຮອງນາຍັກລັດຖະມົນຕີ/ລັດຖະມົນຕີ Tea Seiha/ແຜນການຮ່ວມມືດ້ານປ້ອງກັນຊາດປີ 2026

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ