logo

ຮັດແໜ້ນນຳ້ໃຈສາມັກຄີ, ມິດຕະພາບລະຫວ່າງເຍົາວະຊົນ 3 ປະເທດ ຫວຽດນາມ -ລາວ - ກຳປູເຈຍ

2022/8/14 | 11:28:08
(VOVWORLD) - ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ
ການສະແດງສິລະປະຂອງພວກນ້ອງເຍົາວະຊົນ - ອະນຸຊົນ 3 ປະເທດ (ພາບ:TTXVN)

ຕອນຄຳ່ວັນທີ 13 ສິງຫາ, ຢູ່ນະຄອນ ໂຮ່ຈີມິນ, ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການພົບປະແລກປ່ຽນວັດທະນະທຳເຍົາວະຊົນ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ປີ 2022. ລາຍການນອນໃນບັນດາການເຄື່ອນໄຫວ ຂອງໄວໜຸ່ມ 3 ປະເທດ ຫວຽດນາມ - ລາວ -  ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ 2022”, ສະເຫຼີມສະຫຼອງ 60 ປີແຫ່ງວັນ ສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ລາວ, 45 ປີແຫ່ງວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ແລະ “ປີມິດຕະພາບ ຫວຽດນາມ - ກຳປູເຈຍ 2022”, ສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ.

ທີ່ລາຍການ, ທ່ານ ຫວໍວັນເຖືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາສູງການຈັດຕັ້ງລາຍການ, ການເຄື່ອນໄຫວມີຄວາມໝາຍສຳລັບ ຊາວໜຸ່ມ, ເຍົາວະຊົນ - ອະນຸຊົນ ຂອງ 3 ປະເທດ, ຍົກຕົວຢ່າງຄືງານມະໂຫລານເຍົາວະຊົນ - ອະນຸຊົນ 3 ປະເທດ, ທ່ານ ຫວໍວັນເຖືອງ ຫວັງວ່າ, ບັນດານ້ອງໆເຍົາວະຊົນ - ອະນຸຊົນ ຍາມໃດກໍ່ຮັກສາ ແລະ ພັດທະນານຳ້ໃຈແທດຈິງ, ອົບອຸ່ນ, ດີງາມກ່ຽວກັບປະເທດຊາດ, ຊາວ ຫວຽດນາມ, ກ່ຽວກັບນະຄອນ ໂຮ່ຈີມິນ ທີ່ສະໜິດສະໜົມ, ຮັກແພງແຂກຄົນ. ໄປຄຽງຄູ່ກັນນັ້ນ, ບັນດານ້ອງເຍົາວະຊົນ - ອະນຸຊົນ ທີ່ເຂົ້າຮ່ວມງານມະໂຫລານຄັ້ງນີ້ ຈະກາຍເປັນບັນດານັກການທູດ, ສືບຕໍ່ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍການ ພົວພັນມິດຕະພາບແບບພິເສດລະຫວ່າງ 3 ປະເທດກ່ວາອີກ.
         

TAG
VOV/VOVworld/ອະ​ນຸ​ຊົນ/ພົບ​ປະ​ແລກ​ປ່ຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ