|
ວັດໂບດາຖືກຕັ້ງຢູ່ຕີນພູໂບດາ ຂຶ້ນກັບຕາແສງຕຽນເຊີນ, ເມືອງ ຫວຽດອຽນ, ແຂວງບັກຢາງ ແມ່ນສູນສາສະໜາພຸດໃຫຍ່ຂອງແຂວງບັກຢາງ. |
|
ປະຈຸບັນໃນວັດໂບດາ ຍັງເກັບຮັກສາ ໄມ້ແມ່ພິມ 1953 ແຜ່ນ ໂດຍບັນດາພະອາຈານມະຫາ ນິກາຍ ເລີມເຕ້ ຄວັດເຈາະ ກ່ອນນີ້ 300 ປີ ຄືໃນສະໄໝເຈົ້າຊີວິດ ເລແກງຮຶງ (1740-1786) ແລະ ໄລຍະຕໍ່ໆໄປ |
|
ແມ່ພິມທັງໝົດຖືກເຮັດດ້ວຍໄມ້ຈັນ ທັງໜຽວ ທັງແໜ້ນ ສາມາດໃຊ້ໄດ້ປະມານ 1200 ປີ. |
|
ຕາມບັນດາເອກະສານປະຫວັດສາດແລ້ວ, ຄົນລຸ່ນກ່ອນໄດ້ຄວັດເຈາະແມ່ພິມຄຳພີ 84 ຊຸດ |
|
ປະຈຸບັນ ຢູ່ແຫ່ງນີ້ຍັງເກັບຮັກສາຄຳພີ 36 ຊຸດ ພ້ອມກັບເວດມົນຄາຖາ ແລະ ເທດສະໜາຈຳນວນໜຶ່ງຂອງສາສະໜາພຸດ. |
|
ຜ່ານໄລຍະເກືອບ 300 ປີ, ບັນດາລວດລາຍ, ໜັງສື ເບຼວໃນແມ່ພິມເຮັດດ້ວຍໄມ້ຈັນ ຍັງຖືກຮັກສາໄວ້ເໝືອນເດີມ. |
|
ແມ່ພິມແຕ່ລະແຜ່ນ ໄດ້ຮັບຖືວ່າ ແມ່ນຜະລິດຕະພັນສິລະປະປະຕິມາກຳທີ່ໂດດເດັ່ນ. |
|
ສິ່ງພິມແຕ່ລະແຜ່ນ ກໍໄດ້ຮັບຖືວ່າ ແມ່ນພາບຈິດຕະກຳທີ່ໂດດເດັ່ນ. |
|
ປີ 2017, ສະຫະພັນສະຖີຕິໂລກ ໄດ້ຢັ້ງຢືນ ແມ່ພິມຄຳພີສາໜາພຸດຂອງ ວັດໂບດາ ແມ່ນ ແມ່ພິມຄຳພີສາໜາພຸດຖືກເຮັດດ້ວຍໄມ້ຈັນທີ່ເກົ່າແກ່ທີ່ສຸດໃນໂລກ. |




