logo

ຮັບ​ປະ​ກັນ​​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ທາງ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ແມ່ນ​​ຂໍ້​ມູນຂ່າວ​ທີ່​ຊັດ​ເຈນ, ນຳ​ພາ

2026/1/13 | 09:16:23
(VOVWORLD) - ຕອນບ່າຍວັນທີ 12 ມັງກອນ, ຢູ່ສະຖານີວິທະຍຸກະຈາຍສຽງ ຫວຽດນາມ ເຮືອນເລກ 58 ຖະໜົນກວານຊື໊, ຮ່າໂນ້ຍ, ວິທະຍຸກະຈາຍສຽງ ຫວຽດນາມ ຈັດກອງປະຊຸມເຊື່ອມຊຶມວຽກງານໂຄສະນາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກເຖິງບັນດາຫົວໜ່ວຍວິຊາການ ແລະ ບັນດານັກຂ່າວ, ບັນນາທິການເຂົ້າຮ່ວມວຽກງານໂຄສະນາກ່ຽວກັບກອງປະຊຸມໃຫຍ່.
ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ

ທີ່ກອງປະຊຸມຄັ້ງນີ້, ຜູ້ຕາງໜ້າບັນດາຫົວໜ່ວຍປະຕິບັດໜ້າທີ່ຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ເປັນເຈົ້າການສ້າງແຜນການໂຄສະນາໂດຍສັງເຂບ ແລະ ລາຍລະອຽດ ເພື່ອຮັບປະກັນໃຫ້ຂ່າວຕະຫຼອດແຕ່ກ່ອນ, ໃນ ແລະ ພາຍຫຼັງກອງປະຊຸມໃຫຍ່.  ເມື່ອກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານ ຟ້າມແມັ້ງຮຸ່ງ ຮອງຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ເນັ້ນໜັກວ່າ ໂດຍແມ່ນໜຶ່ງໃນບັນດາອົງການສື່ມວນຊົນຫຼັກ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ ແລະ ພວມສຸມທຸກແຫຼ່ງກຳລັງໃຫ້ແກ່ການໂຄສະນາຄັ້ງນີ້, ຮັບປະກັນຂໍ້ມູນຂ່າວທາງວິທະຍຸກະຈາຍສຽງ ຫວຽດນາມ ແມ່ນຂໍ້ມູນຂ່າວທີ່ຊັດເຈນ, ໜ້າໄວ້ເນື້ອເຊື່ອໃຈ ແລະ ນຳພາ. ທ່ານກ່າວວ່າ:

ອີງໃສ່ເນື້ອໃນແຜນການແບ່ງໜ້າທີ່ວຽກງານເພື່ອຈັດຕັ້ງບັນດາຮູບການໂຄສະນາທີ່ເໝາະສົມ, ມີປະສິດທິຜົນ; ຮັບປະກັນໂຄສະນາຂ່າວທີ່ຊັດເຈນ, ທັນການທັນເວລາ, ດ້ວຍຮູບການປະດິດຄິດສ້າງ, ຂະຫຍັນຂັນເຄື່ອນ, ອຸດົມສົມບູນ; ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຄາດຫວັງຕໍ່ອະນາຄົດອັນສົດໃສຂອງປະເທດຊາດ. ນຳໃຊ້ບັນດາຮູບການສື່ມວນຊົນທີ່ທັນສະໄໝ, ສັງລວມ, ແຜ່ກະຈາຍຂ່າວຜ່ານຫຼາຍຮູບການສື່ມວນຊົນສື່ມວນຊົນດີຈີດອນ ແລະ ສື່ສັງຄົມອອນໄລ”.

 

TAG
VOV/VOVworld/ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ/ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ