logo

ຮັບຮອງເອົາບັນຊີລາຍຊື່ການເລືອກຕັ້ງເຂົ້າໃນຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV

2026/1/22 | 12:39:14
(VOVWORLD) -  ກອງປະຊຸມໃຫຍ່ໄດ້ດຳເນີນການປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາຈຳນວນກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ແມ່ນ 200 ສະຫາຍ, ລວມມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ທ່ານປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງບັນດາກຳມະການສົມບູນສູນກາງພັກ ແລະ ບັນດາກຳມະການສຳຮອງ ຄະນະບໍລິຫານງານສູນກາງພັກ
(ພາບ: TTXVN)

ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ເຮັດວຽກໝົດມື້ ເພື່ອປຶກສາຫາລື ແລະ ປະຕິບັດບັນດາເນື້ອໃນກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານຄະນະປະທານ ຕາງໜ້າໃຫ້ຄະນະປະທານບໍລິຫານກອງປະຊຸມ. ທ່ານ ເລມິນຮຶງ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງ ຕາງໜ້າຄະນະປະທານສະເໜີບົດລາຍງານຂອງຄະນະບໍລິຫານງານສູນກາງພັກສະໄໝທີ XIII ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ກອງປະຊຸມໃຫຍ່ໄດ້ດຳເນີນການປຶກສາຫາລື ແລະ ລົງປະຊາມະຕິຮັບຮອງເອົາຈຳນວນກຳມະການຄະນະບໍລິຫານງານສູນກາງພັກສະໄໝທີ XIV ແມ່ນ 200 ສະຫາຍ, ລວມມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ໄດ້ເຮັດວຽກຢູ່ທີ່ຄະນະຄົ້ນຄວ້າ, ປຶກສາຫາລືບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV; ຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ສະໝັກຮັບເລືອກຕັ້ງ ແລະ ຄົ້ນຄວ້າບັນດາສຳເນົາເອກະສານບຸກຄະລາກອນ. ຄະນະປະທານໄດ້ຮັບຟັງບັນດາຫົວໜ້າຄະນະລາຍງານກ່ຽວກັບໝາກຜົນການປຶກສາຫາລືຂອງບັນດາຄະນະຜູ້ແທນສຳລັບບົດລາຍງານວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກສະໄໝທີ XIV; ເລື່ອງຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ຮັບສະໝັກເລືອກຕັ້ງ, ບັນດາກໍລະນີຖອນຕົວອອກຈາກບັນຊີລາຍຊື່ຜູ້ສະໝັກຮັບເລືອກຕັ້ງ, ສະເໜີຜູ້ສະໜັກຮັບເລືອກຕັ້ງເຂົ້າໃນບັນຊີລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ຄະນະປະທານລາຍງານຕໍ່ກອງປະຊຸມໃຫຍ່ ແລະ ລົງປະຊາມະຕິບັນຊີລາຍຊື່ຄະນະບໍລິຫານງານສູນກາງພັກສະໄໝທີ XIV; ເລືອກຕັ້ງຄະນະນັບບັດເລືອກຕັ້ງ; ຄະນະນັບບັດເລືອກຕັ້ງຈົດບັດ, ປ່ອນບັດ, ປະກາດໝາກຜົນ ແລະ ຮັບຮອງເອົາບັນຊີລາຍຊື່ບັນດາຜູ້ແທນໄດ້ຮັບການເລືອກຕັ້ງເຂົ້າຄະນະບໍລິຫານງານສູນກາງພັກສະໄໝທີ XIV.

ວັນທີ 23 ມັງກອນ, ຕອນເຊົ້າ, ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຈະດຳເນີນກອງປະຊຸມຄັ້ງທີ 1. ຕອນບ່າຍວັນດຽວກັນ, ກອງປະຊຸມໃຫຍ່ຈະຈັດວາລະອັດກອງປະຊຸມ.

TAG
VOV/VOVworld/ບຸກຄະລາກອນ/ຄະນະ/ບໍລິຫານງານ/ສູນກາງພັກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ