logo

ຮູບ​ເງົາ “ຝົນ​ແດງ” ຍາດ​ໄດ້​ລາງວັນ ປີກວ່າວ​ທອງ ​ປີ 2025

2026/1/16 | 09:04:49
(VOVWORLD) - ລາງວັນ ປີກວ່າວທອງ ເຊີດຊູບັນດາຜົນງານຟິມຮູບເງົາ, ໜັງທີ່ມີຂີດໝາຍປະດິດຄິດສ້າງໃນສິລະປະການສະແດງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ແລະ ບັນລຸປະລິດທິຜົນທາງສັງຄົມຢ່າງຕັ້ງໜ້າ.
ພິທີມອບລາງວັນ

ຮູບເງົາ “ “ຝົນແດງ” ຂອງສຳນັກຟິມຮູບເງົາກອງທັບປະຊາຊົນ ຫວຽດນາມ ຄວ້າໄດ້ 3 ລາງວັນ ໃນພິທີມອບລາງວັນ ປີກວ່າວທອງ ປີ 2025 ເຊິ່ງໄດ້ດຳເນີນໃນຕອນຄ່ຳວັນທີ 15 ມັງກອນ, ຢູ່ຮ່າໂນ້ຍ, ລວມມີ: ລາງວັນ ຟິມຮູບເງົາດີເດັ່ນ; ລາງວັນຜູ້ກຳກັບດີເດັ່ນ ໄດ້ແກ່ ພັນເອກ, ນັກສິລະປິນດີເດັ່ນ ດັ້ງຖາຍຮວ່ຽນ ແລະ ລາງວັນນັກສະແດງຮອງດີເດັ່ນ ໄດ້ແກ່ ຫງວຽນເຟືອງນາມ, ໃນຕົວລະຄອນ ຕະ.

ເມື່ອກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານ ໂດະເລັ້ງຮຸ່ງຕູ, ປະທານສະມາຄົມຟິມຮູບເງົາ ຫວຽດນາມ, ເນັ້ນໜັກວ່າ ລາງວັນ ປີກວ່າວທອງ ເຊີດຊູບັນດາຜົນງານຟິມຮູບເງົາ, ໜັງທີ່ມີຂີດໝາຍປະດິດຄິດສ້າງໃນສິລະປະການສະແດງ, ເຂັ້ມຂຸ້ນໄປດ້ວຍສີສັນຊາດ, ເຕັມໄປດ້ວຍຄຸນຄ່າວັດທະນະທຳມະນຸດ ແລະ ບັນລຸປະລິດທິຜົນທາງສັງຄົມຢ່າງຕັ້ງໜ້າ. ນີ້ແມ່ນໜຶ່ງໃນບັນດາລາງວັນທີ່ເປັນມູນເຊື້ອໃນຂົງເຂດຟິມຮູບເງົາ, ພ້ອມທັງແມ່ນໂອກາດເພື່ອເຊີດຊູບັນດາການອຸທິດສ່ວນ, ຫົວຄິດປະດິດສ້າງຂອງຜູ້ຜະລິດຟິມຕໍ່ກັບການພັດທະນາຂອງຟິມຮູບເງົາ ຫວຽດນາມ./.


TAG
VOV/VOVworld/ຮູບເງົາ “ “ຝົນແດງ”/ປີກວ່າວ​ທອງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ