logo

ຮູບເງົາ “ເມືອດໍ” (ຝົນແດງ) ເຂົ້າຮ່ວມງານແຂ່ງຂັນຊິງລາງວັນ Oscar 2026

2025/10/1 | 08:53:58
(VOVWORLD) -  ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ.
ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ
(ພາບ: ຄະນະຈັດຕັ້ງ)

        ວັນທີ 30 ກັນຍາ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄດ້ປະກາດເລືອກເອົາຮູບເງົາ “ເມືອດໍ” (ຝົນແດງ) - ເປັນຮູບເງົາກ່ຽວກັບການຕໍ່ສູ້ຢູ່ກຳແພງເກົ່າ ກວາງຈີ້ ຂອງຜູ້ກຳກັບການສະແດງ ດັ້ງທາຍຮ່ວຽນ ເຂົ້າຮ່ວມງານແຂ່ງຈັນຮອບຄັດເລືອກຮູບເງົາສາກົນດີເດັ່ນ - Oscar ຄັ້ງທີ 98 ໂດຍສະຖາບັນດິດວິທະຍາສາດ ແລະ ສີລະປະຮູບເງົາ ອາເມລິກາ ຈັດຂຶ້ນ. ນີ້ແມ່ນເຫດການພິເສດ ຢືນຢັນຄວາມມານະພະຍາຍາມເຊື່ອມໂຍງສາກົນຂອງຮູບເງົາ ຫວຽດນາມ ຢູ່ງານແຂ່ງຂັນຮູບເງົາໃຫຍ່ທີ່ສຸດຂອງໂລກ.

        ຮູບເງົາໂດຍນັກປະພັນວັນນະຄະດີ ຈູລາຍ ເປັນຜູ້ຂຽນ, ຖືເອົາຮູບພາບຂອງປີ 1972, ເມື່ອທະຫານປົດປ່ອຍທາງພາກໃຕ້ ຫວຽດນາມ ຍາດໄດ້ແຂວງ ກວາງຈິ້ ຢ່າງສົມບູນ - ເຊິ່ງແມ່ນຊາຍແດນແບ່ງແຍກທາງພາກເໜືອ - ພາກໃຕ້ຂອງ ຫວຽດນາມ ຊົ່ວຄາວ.

        ພາຍຫຼັງໄດ້ສາຍຢູ່ໂຮງຟິມ, ຮູບເງົາໄດ້ດຶງດູດຜູ້ມາຊົມກວ່າ 8,1 ລ້ານເທື່ອຄົນ, ເປັນຮູບເງົາມີຜູ້ຊົມຫຼາຍທີ່ສຸດໃນປະຫວັດສາດຂອງໂຮງຟິມຂອງ ຫວຽດນາມ.

TAG
VOV/VOVworld/​ຄັດ​ເລືອກ/​​ຮູບ​ເງົາ​/ສາ​ກົນ/​ດີ​ເດັ່ນ/Oscar

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ