logo

ຮີບເຮັ່ງກະກຽມຈັດງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ

2025/10/4 | 07:19:16
(VOVWORLD) - ຄາດວ່າ, ງານຕະຫຼາດນັດນີ້ຈະນຳໃຊ້ເນື້ອທີ່ຫໍວາງສະແດງ ກິມກຸຍ (ດົງແອັງ) ທັງໝົດ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ, ເພື່ອສ້າງຊ່ອງສົ່ງເສີມການຄ້າລວມສູນ, ສ້າງສະພາບແວດລ້ອມເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ກະຕຸ້ນການບໍລິໂພກ
ທີ່ກອງປະຊຸມ
(ພາບ: VGP)

ໂດຍເປັນປະທານກອງປະຊຸມຜັນຂະຫຍາຍວຽກງານກະກຽມງານຕະຫຼາດນັດລະດູໃບໄມ້ຫຼົ່ນ 2025 ເຊິ່ງຄາດວ່າຈະຈັດຂຶ້ນແຕ່ວັນທີ 26 ຕຸລາ ຮອດວັນທີ 04 ພະຈິກ, ໃນຕອນບ່າຍວັນທີ 03 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ ນີ້ຈະແມ່ນງານຕະຫຼາດນັດທີ່ມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ. ຄາດວ່າ, ງານຕະຫຼາດນັດນີ້ຈະນຳໃຊ້ເນື້ອທີ່ຫໍວາງສະແດງ ກິມກຸຍ (ດົງແອັງ) ທັງໝົດ, ດ້ວຍຮ້ານວາງສະແດງປະມານ 3.000 ຮ້ານ, ເພື່ອສ້າງຊ່ອງສົ່ງເສີມການຄ້າລວມສູນ, ສ້າງສະພາບແວດລ້ອມເຊື່ອມຕໍ່ການສະໜອງ - ຄວາມຕ້ອງການ, ກະຕຸ້ນການບໍລິໂພກ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ເປີດກວ້າງການນຳເຂົ້າ ແລະ ດຶງດູດການລົງທຶນ.

ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ບຸຍແທັງເຊີນ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ແຂວງ, ນະຄອນ ພ້ອມກັບປະຊາຄົມວິສາຫະກິດພ້ອມກັນເຂົ້າຮ່ວມ. ບັນດາຜະລິດຕະພັນເຂົ້າຮ່ວມງານວາງສະແດງຕ້ອງມີຫຼາຍຮູບຫຼາຍແບບ, ເສີມຂະຫຍາຍທ່າແຮງຂອງແຕ່ລະເຂດພາກ. ທ່ານກໍ່ຮຽກຮ້ອງໃຫ້ກະຊວງອຸດສາຫະກຳການຄ້າ ສ້າງແຜນການຈັດງານຕະຫຼາດນັດດັ່ງກ່າວໃຫ້ສຳເລັດ ເພື່ອຍື່ນສະເໜີຫົວໜ້າຄະນະຊີ້ນຳງານຕະຫຼາດນັດ ໃຫ້ອະນຸມັດຜ່ານໃນວັນທີ 04 ຕຸລາ.

TAG
VOV/VOVworld/​ສົ່ງ​ເສີມ/​ການ​ຄ້າ/ລວມສູນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ