logo

ຮີບເ​ຮັ່ງ​ຜັນ​ຂະ​ຫຍາຍ, ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ໂຄງ​ການ, ກິດ​ຈະ​ກຳ​ຮັບ​ໃຊ້​ກອງ​ປະ​ຊຸມ APEC 2027

2025/11/15 | 08:35:28
(VOVWORLD) - ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VGP)

ຮີບເຮັ່ງຜັນຂະຫຍາຍ, ປະຕິບັດສຳເລັດບັນດາໂຄງການ, ກິດຈະກຳຮັບໃຊ້ກອງປະຊຸມ APEC 2027 ນີ້ແມ່ນຄຳຮຽກຮ້ອງ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມກັບການນຳແຂວງ ອານຢາງ ໃນວັນທີ 14 ພະຈິກ, ຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງ ຮ່າໂນ້ຍ, ເພື່ອປຶກສາຫາລືກ່ຽວກັບຄວາມຄືບໜ້າຜັນຂະຫຍາຍບັນດາໂຄງການພື້ນຖານໂຄງລ່າງຮັບໃຊ້ສັບປະດາຂັ້ນສູງ APEC 2027, ຄາດວ່າຈະດຳເນີນຢູ່ເຂດພິເສດ ຝຸກວັກ (ແຂວງອານຢາງ) ໃນປີ 2027. ໂດຍຖືວ່າ ຍັງມີວຽກງານເປັນຈຳນວນຫຼາຍໃນສະເພາະໜ້າ, ດັ່ງນັ້ນ ທ່ານນາຍົກລັດຖະມົນຕີ ໄດ້ສະເໜີບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຄື: ກະຊວງກໍ່ສ້າງ, ກະຊວງການເງິນ, ກະຊວງການຕ່າງປະເທດ, ກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ, ກະຊວງຍຸຕິທຳ, ກະຊວງກະສິກຳ ແລະ ສິ່ງແວດລ້ອມ, ຫ້ອງວ່າການລັດຖະບານ ຕ້ອງຕັ້ງໜ້າຜັນຂະຫຍາຍວຽກງານຕ່າງໆ. ກ່ຽວກັບໂຄງການປັບປຸງທິວທັດທຳມະຊາດຢູ່ເຂດພິເສດຝຸກວັກ, ທ່ານນາຍົກລັດຖະມົນຕີ ຊີ້ນຳຕ້ອງຮັບປະກັນ “ສະຫວ່າງ, ຂຽວ, ສະອາດ, ງາມຕາ”. ທາງແຂວງອານຢາງ ຕ້ອງເປັນເຈົ້າຂອງການລົງທຶນປະຕິບັດດ້ວຍຈິດໃຈນີ້ແມ່ນໜ້າທີ່ການຕ່າງປະເທດ, ເພື່ອໃຫ້ແຂກສາກົນເຫັນໄດ້ທຳມະຊາດທີ່ສວຍສົດງົດງາມຂອງປະເທດ ຫວຽດນາມ.

TAG
VOV/VOVworld/APEC 2027

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ