logo

ຮີບເຮັ່ງແກ້ໄຂຜົນຮ້າຍຢ້ອນຫຼັງຈາກຝົນຕົກ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນໃຫ້ເປັນປົກກະຕິ

2025/10/8 | 10:42:28
(VOVWORLD) - ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຊີ້ນຳການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ
(ພາບ: TTXVN)

        ຕອນທ່ຽງວັນທີ 08 ຕຸລາ, ເມື່ອໄປກວດກາສະພາບການນ້ຳແກ່ງຖ້ວມຢູ່ຕາແສງ ຟານດິ່ງຟຸງ, ແຂວງ ທາຍຫງວຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ສົ່ງຄຳຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈມາຍັງບັນດາຄອບຄົວທີ່ມີຜູ້ຖືກປະສົບເຄາະຮ້າຍ; ຊີ້ນຳບັນດາກະຊວງ, ຂະແໜງການສົມທົບກັນຢ່າງແໜ້ນແຟ້ນກັບອຳນາດການປົກຄອງທ້ອງຖິ່ນ ຍູ້ແຮງຄວາມຄືບໜ້າການແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ, ພາຍຸ, ນ້ຳແກ່ງຖ້ວມ, ຮັບປະກັນການດຳລົງຊີວິດຂອງປະຊາຊົນຢູ່ເຂດຖືກຜົນສະທ້ອນຈາກໄພທຳມະຊາດໃຫ້ເປັນປົກກະຕິໃນເວລາໄວທີ່ສຸດ.

        ທ່ານນາຍົກລັດຖະມົນຕີໄດ້ຕົກລົງໜູນຊ່ວຍໂດຍດ່ວນ ເປັນຈຳນວນເງິນກວ່າ 5,3 ຕື້ USD ຈາກແຫຼ່ງງົບປະມານສຳຮອງສູນກາງປີ 2025 ໃຫ້ບັນດາແຂວງ ທາຍງວຽນ, ກາວບັ່ງ, ລ້າງເຊີນ ແລະ ບັກນິງ ເພື່ອກູ້ໄພກູ້ຊີບ, ໜູນຊ່ວຍປະຊາຊົນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳແກ່ງຖ້ວມໃນເບື້ອງຕົ້ນຢ່າງທັນການ.

        ແລະກໍ່ໃນວັນດຽວກັນ, ສູນກາງສະພາກາແດງ ຫວຽດນາມ ໄດ້ຕົກລົງຜັນຂະຫຍາຍການກູ້ໄພກູ້ຊີບຢ່າງຮີບດ່ວນ ຄັ້ງທີ 1 ໃຫ້ແກ່ປະຊາຊົນບັນດາແຂວງ: ກາວບັ່ງ, ທາຍງວຽນ, ລ້າງເຊີນ ແລະ ເງະອານ ທີ່ຖືກຜົນເສຍຫາຍຢ່າງໜັກໜ່ວງຍ້ອນພາຍຸ Matmo. ຍອດຈຳນວນເງິນກູ້ໄພກູ້ຊີບແມ່ນເກືອບ 65.000 USD, ລວມມີເງິນສົດ, ເຄື່ອງໃຊ້ທີ່ຈຳເປັນ. ແຫຼ່ງລາຍຈ່າຍດັ່ງກ່າວໄດ້ຫັກຈາກບັ້ນ “ຮ່ວມແຮງຮ່ວມໃຈຜ່ານຜ່ານ້ຳແກ່ງຖ້ວມ” ໂດຍສູນກາງສະພາດາແດງ ຫວຽດນາມ ປຸກລະດົມ.

TAG
VOV/VOVworld/​ທ້ອງ​ຖິ່ນ ຍູ້​ແຮງ​/​ຄືບ​ໜ້າ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ