logo

ຮ່ວມສຳພັນ​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ​ຜະ​ລິດ​ຕະ​ພັນ OCOP

2025/9/29 | 09:33:56
(VOVWORLD) - ບັນດາການເຄື່ອນໄຫວທີ່ແທດຈິງໄດ້ຈັດຂຶ້ນ ລວມມີ: ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ງານແຂ່ງຂັນຜະລິດຕະພັນ OCOP ດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້...
ພິທີອັດເວທີປາໄສ (ພາບ: VOV)

ຕອນຄ່ຳວັນທີ 28 ກັນຍາ, ຢູ່ແຂວງ ອານຢາງ, ເວທີປາໄສ OCOP (ໂຄງການໜຶ່ງຕາແສງ, ໜຶ່ງຜະລິດຕະພັນ) ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ປີ 2025 ດ້ວຍຫົວຂໍ້ “ຮ່ວມສຳພັນເພື່ອພ້ອມກັນພັດທະນາ” ໂດຍກະຊວງກະສິກຳ ແລະ ສິ່ງແວດລ້ອມສົມທົບກັບຄະນະກຳມະການປະຊາຊົນແຂວງ ອານຢາງ ຈັດຂຶ້ນໄດ້ອັດລົງ.

ບັນດາການເຄື່ອນໄຫວທີ່ແທດຈິງໄດ້ຈັດຂຶ້ນ ລວມມີ: ກອງປະຊຸມເຊື່ອມຕໍ່ການແລກປ່ຽນຄ້າຂາຍຜະລິດຕະພັນ OCOP ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ງານແຂ່ງຂັນຜະລິດຕະພັນ OCOP ດີເດັ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ເຂດວາງສະແດງຜະລິດຕະພັນ OCOP ດີເດັ່ນຂອງ ຫວຽດນາມ ແນະນຳບັນດາຜະລິດຕະພັນ OCOP ດີເດັ່ນໃນທົ່ວປະເທດ, ສົມທົບກັນຈັດງານວາງສະແດງ, ການສະແດງກ່ຽວກັບອາຊີບ, ສະຖານທີ່ check-in, ຖ່າຍຮູບເປັນທີ່ລະນຶກ…

ປີນີ້ເວທີປາໄສມີການເຂົ້າຮ່ວມຂອງຮ້ານວາງສະແດງ 226 ແຫ່ງ ດ້ວຍຜະລິດຕະພັນ OCOP ປະມານ 5.400 ຢ່າງ, ພິເສດເຫດການໄດ້ຕ້ອນຮັບແຂກເຂົ້າຮ່ວມ, ຊື້ເຄື່ອງຂອງກ່ວາ 10.000 ເທື່ອຄົນ. ຜ່ານນັ້ນ, ບັນດາຜະລິດຕະພັນ OCOP ກໍ່ໄດ້ຮັບການແນະນຳ, ໂຄສະນາໄປເຖິງຜູ້ບໍລິໂພກທັງຢູ່ພາຍໃນ ແລະ ຕ່າງປະເທດ.

TAG
VOV/VOVworld/​ຜະ​ລິດ​ຕະ​ພັນ/OCOP

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ