logo

ຮອງນາ​ຍົກ​ລັດ​ຖະ​ມົນ​ຕີ ​ເຈິ່ນ​ຮົ່ງ​ຮ່າ ຮຽກ​ຮ້ອງ​ໃຫ້​ສ້າງ​ລະ​ບອບ​ລະ​ບຽບ​ການ​ຄຸ້ມ​ຄອງ​ຂໍ້​ມູນ IUU ໃຫ້​ສົມ​ບູນ​ແບບ

2025/12/2 | 12:11:20
(VOVWORLD) -     ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄລ່ຮອດວັນທີ 29 ພະຈິກ, ຈຳນວນກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນພວມມີໃນປັດຈຸບັນ ໄດ້ຈົດທະບຽນ ແລະ ອັບເດັດໃນປະຕູຖານຂໍ້ມູນອາຊີບຫາປາແຫ່ງຊາດ (Vnfishbase) ແມ່ນ 79.243 ລຳ, ບັນລຸ 100%. 
ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ຊີ້ນຳກອງປະຊຸມ (ພາບ: VOV)

   ສຸມໃສ່ແກ້ໄຂບັນດາຂໍ້ຄົງຄ້າງກ່ຽວກັບ IUU ຕາມການສ່ອງແສງຂອງຄະນະກຳມະການເອີຣົບ (EC) ຢ່າງຂາດຂັ້ນ, ສ້າງລະບອບລະບຽບການຄຸ້ມຄອງຂໍ້ມູນ IUU ໃຫ້ສົມບູນແບບ. ນີ້ແມ່ນສິ່ງທີ່ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກ ໃນກອງປະຊຸມຄັ້ງທີ 24 ຄະນະຊີ້ນຳແຫ່ງຊາດກ່ຽວກັບການຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU), ເຊິ່ງໄດ້ດຳເນີນໃນຕອນເຊົ້າວັນທີ 2 ທັນວາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ.

        ຕາມບົດລາຍງານຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມແລ້ວ, ໄລ່ຮອດວັນທີ 29 ພະຈິກ, ຈຳນວນກ່ຳປັ່ນຫາປາທີ່ບັນດາທ້ອງຖິ່ນພວມມີໃນປັດຈຸບັນ ໄດ້ຈົດທະບຽນ ແລະ ອັບເດັດໃນປະຕູຖານຂໍ້ມູນອາຊີບຫາປາແຫ່ງຊາດ (Vnfishbase) ແມ່ນ 79.243 ລຳ, ບັນລຸ 100%. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮຽກຮ້ອງວ່າ ຮອດວັນທີ 15 ທັນວາ, ບັນດາກະຊວງ ແລະ ບັນດາທ້ອງຖິ່ນ ຈົ່ງສຸມໃສ່ແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ, ພິເສດແມ່ນບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການສ່ອງແສງຂອງຄະນະກຳມະການເອີຣົບ (EC) ກ່ຽວກັບການຕ້ານການຂຸດຄົ້ນ IUU; ບັນດາຕົວເລກກ່ຽວກັບກ່ຳປັ່ນຫາປາ, ການລະເມີດ, ສິດອຳນາດໃນການຄຸ້ມຄອງ…

TAG
VOV/VOVworld/ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ/IUU

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ