logo

ຮອງ​ປະ​ທານ​ປະ​ເທດ ຫວ​ທິ​ແອັງ​ຊວັນ ເຂົ້າ​ຮ່ວ​ມ​ພິ​ທີໄຂ Festival ສິ່ງຍອດ​ຍິ່ງ ຢູ່ ເຕີຍ​ບັກ - ດ້ຽນ​ບຽນ 2025

2025/9/20 | 08:56:27
(VOVWORLD) - Festival ແມ່ນຈຸດທີ່ພົ້ນເດັ່ນ ເພື່ອແນໃສ່ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວສົມທົບກັບການພັດທະນາການທ່ອງທ່ຽວ, ປະກອບສ່ວນເສີມຂະຫຍາຍ, ຂຸດຄົ້ນປະສິດທິຜົນ, ຄວາມສາມາດບົ່ມຊ້ອນ, ທ່ານແຮງພັດທະນາການທ່ອງທ່ຽວຂອງບັນດາທ້ອງຖິ່ນ.
ທ່ານຮອງປະທານປະເທດ ຫວຽດນາມ ຫງວຽນທິແອັງຊວັນ ກ່າວຄຳເຫັນທີ່ພິທີ 

ຕອນຄ່ຳວັນທີ 19 ກັນຍາ, ພິທີໄຂ Festival ສິ່ງຍອດຍິ່ງເຕີຍບັກ - ດ້ຽນບຽນ 2025 ໄດ້ດຳເນີນຢູ່ສະໜາມກິລາແຂວງ ດ້ຽນບຽນ. ເມື່ອກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານປະເທດ ຫວຽດນາມ ຫງວຽນທິແອັງຊວັນ ເນັ້ນໜັກວ່າ Festival ແມ່ນຈຸດທີ່ພົ້ນເດັ່ນ ເພື່ອແນໃສ່ສືບຕໍ່ຍູ້ແຮງ ແລະ ຍົກສູງປະສິດທິຜົນການເຄື່ອນໄຫວສົມທົບກັບການພັດທະນາການທ່ອງທ່ຽວ, ປະກອບສ່ວນເສີມຂະຫຍາຍ, ຂຸດຄົ້ນປະສິດທິຜົນ, ຄວາມສາມາດບົ່ມຊ້ອນ, ທ່າແຮງພັດທະນາການທ່ອງທ່ຽວຂອງບັນດາທ້ອງຖິ່ນ. ນີ້ກໍແມ່ນໂອກາດເພື່ອໃຫ້ແຂກທ່ອງທ່ຽວມີການຄົ້ນຫາ, ສຳຜັດກັບຄວາມງາມທຳມະຊາດ, ວັດທະນະທຳຂອງບັນດາເຜົ່າ, ພ້ອມກັນເພີ່ມພູນຄູນສ້າງຄວາມຮັກບ້ານເກີດເມືອງນອນ ແລະ ຄວາມເອກອ້າງທະນົງໃຈຂອງຊາດ.

        “ສະເໜີໃຫ້ບັນດາຄະນະ, ກະຊວງ, ຂະແໜງການຂອງສູນກາງເອົາໃຈໃສ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາທ້ອງຖິ່ນ, ໃນນັ້ນ ມີບັນດາແຂວງ ເຕິຍບັກ ແລະ ນະຄອນ ໂຮ່ຈີມິນ ຍູ້ແຮງການພັດທະນາການທ່ອງທ່ຽວຢ່າງວ່ອງໄວ ແລະ ຍືນຍົງ. ບັນດາວິສາຫະກິດຢູ່ພາຍໃນ ແລະ ຕ່າງປະເທດ ສົນໃຈຄົ້ນຄວ້າ, ສຳຫຼວດ, ສະເໜີ ແລະ ປະຕິບັດບັນດາໂຄງການລົງທຶນທີ່ມີຂອບຂະໜາດເໝາະສົມເປັນກຳລັງໜູນເພື່ອພັດທະນາການທ່ອງທ່ຽວ ເຕີຍບັກ ໃຫ້ສົມກັບກຳລັງຄວາມສາມາດ ແລະ ທ່າແຮງຂອງເຂດ”.

        ໃນລະຫວ່າງວັນທີ 19 – 21 ກັນຍາ, Festival “ສິ່ງຍອດຍິ່ງຂອງ ເຕີຍບັກ - ດ້ຽນບຽນ 2025” ໄດ້ຈັດກິດຈະກຳທີ່ໜ້າຈັບອົກຈັບໃຈຫຼາຍຢ່າງ.

TAG
VOV/VOVworld/Festival “ສິ່ງຍອດຍິ່ງຂອງ ເຕີຍບັກ - ດ້ຽນບຽນ 2025”

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ