logo

ຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດລາວ

2019/8/1 | 10:43:32
(VOVWORLD) - ຕອນເຊົ້າວັນທີ 01 ສິງຫາ, ທີ່ຫໍສະພາແຫ່ງຊາດ ຫວຽດນາມ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສະພາແຫ່ງຊາດ ລາວ ໂດຍທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ເປັນຫົວໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໃນລະຫວ່າງວັນທີ 27 ກໍລະກົດ - ວັນທີ 03 ສິງຫາ.

        ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ຟູ່ງກວ໊ກຫ໋ຽນ ໄດ້ຕີລາຄາການຢ້ຽມຢາມ ແລະ ເຮັດວຽກຂອງຄະນະວ່າໄດ້ປະກອບສ່ວນຮັດແໜ້ນການພົວພັນລະຫວ່າງກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ແລະ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ຕື່ມອີກ ກໍ່ຄືການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ.

 ທ່ານ ຟູ່ງກວ໊ກຫ໋ຽນ  ແລະ ທ່ານ ວິໄລວົງ ບຸດດາຄຳ (ພາບ: quochoi.vn)

        ສ່ວນທ່ານ ວິໄລວົງ ບຸດດາຄຳ ຫົວໜ້າກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ປາດຖະໜາວ່າ ກຳມາທິການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດ ລາວ ແລະ ກຳມາທິການການເງິນ - ງົບປະມານຂອງສະພາແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນ ຮັດແໜ້ນການພົວພັນລະຫວ່າງສະພາແຫ່ງຊາດ 2 ປະເທດ ລາວ - ຫວຽດນາມ.

TAG
VOV/VOVworld/ກຳ​ມາ​ທິ​ການ​/ແຜນ​ການ/ການ​ເງິນ/ກວດ​ສອບ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ