logo

ຮ່າງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ (ສະບັບປັບປຸງ) ປີ 2025: ຊຸກຍູ້ການຄ້າສິນຄ້າຮັບປະກັນໃຫ້ສອດຄ່ອງກັບຄຳໝັ້ນສັນຍາສາກົນ

2025/11/5 | 10:27:51
(VOVWORLD) - ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ…
ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ
(ພາບ: TTXVN)

ໃນຂອບເຂດກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ວັນທີ 15 ພະຈິກ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍກ່ຽວກັບຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍສິດຊັບສິນທາງປັນຍາ, ເພື່ອສືບຕໍ່ສ້າງກອບຕິນິກຳຢ່າງໝັ້ນແກ່ນ ແລະ ສະດວກໃຫ້ແກ່ການເຄື່ອນໄຫວອາລັກຂາສິດຊັບສິນທາງປັນຍາ.

ຮ່າງກົດໝາຍມີຫຼາຍຈຸດໃໝ່, ຄື: ຫັນລະບຽບການບໍລິຫານເປັນງ່າຍດາຍ, ສ້າງຄວາມສະດວກໃຫ້ແກ່ການຈົດທະບຽນ, ຢັ້ງຢືນສິດຊັບສິນທາງປັນຍາ, ກົນໄກແບ່ງປັນສິດຊັບສິນທາງປັນຍາ… ພິເສດ, ຮ່າງກົດໝາຍໄດ້ພິຈາລະນາກຳນົດຖືສິດຊັບສິນທາງປັນຍາແມ່ນຊັບສົມບັດໜຶ່ງ. ນີ້ແມ່ນບາດກ້າວໃໝ່ໃນສະພາບ ຫວຽດນາມ ພວມຊຸກຍູ້ນະວັດຕະກຳ ແລະ ເຊື່ອມໂຍງເຂົ້າກັບສາກົນ. ທ່ານ ຫງວຽນງອັກເຊີນ, ສະມາຊິກສະພາແຫ່ງຊາດ ຫາຍຟ່ອງ, ຖືວ່າ:

“ບັນາທີ່ຂາດກອບນິຕິກຳນັ້ນແມ່ນຈຸດອຸດຕັນໃນໄລຍະຜ່ານມາ. ໂດຍເລີ່ມມາຈາກສິ່ງດັ່ງກ່າວ ສະນັ້ນ, ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດທີ່ສະໄໝປະຊຸມຄັ້ງນີ້ແມ່ນເພື່ອແກ້ໄຂຈຸດອຸດຕັນຕໍ່ການກຳນົດວ່າ ສິດຊັບສິນທາງປັນຍາແມ່ນໜຶ່ງໃນບັນດາສັບສິນບໍ່ເປັນວັດຖຸ. ຂ້າພະເຈົ້າຖືວ່າ, ນີ້ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນເພື່ອຊ່ວຍໃຫ້ເລື່ອງຖ່າຍທອດເຕັກໂນໂລຊີຢ່າງແທດຈິງ, ໂດຍສະເພາະແມ່ນແກ້ໄຂໄດ້ຈຸດອຸດຕັນໃນໄລຍະຜ່ານມາ.”

TAG
VOV/VOVworld/​ສິດ​ຊັບ​ສິນ​ທາງ​ປັນ​ຍາ/ກົນ​ໄກ​/ແບ່ງ​ປັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ