logo

ຮາ​ມາດ​ກະ​ກຽມ​ປ່ອຍ​ຕົວ​ປະ​ກັນ​ເປັນ​ອິ​ດ​ສະ​ຫຼະ

2025/10/13 | 10:05:42
(VOVWORLD) - ວັນທີ 13 ຕຸລາ, ເວລາ 8 ໂມງເຊົ້າ, ຕາມເວລາທ້ອງຖິ່ນ, ຂະບວນການອິດສະລາມ ຮາມາດ ໄດ້ເລີ່ມປ່ອຍຕົວປະກັນຊາວອິດສະລາແອັນ ທີ່ຍັງມີຊີວິດເປັນອິດສະຫຼະ. 
ພາບປະກອບ:  THX/TTXVN

ສ່ວນຕົວປະກັນທີ່ເສຍຊີວິດແລ້ວ ຄາດວ່າຈະໄດ້ສົ່ງຄືນໃນວັນດຽວກັນ. ເຖິງຢ່າງໃດກໍຕາມ, ກໍລະນີປ່ອຍຕົວປະກັນຢ່າງເປັນທາງການສຸດທ້າຍບັນດາຝ່າຍທີ່ກ່ຽວຂ້ອງຍັງບໍ່ທັນໄດ້ປະກາດ ແລະ ກຳນົດ. ກອງທັບອິດສະລາແອັນ ໃຫ້ຮູ້ວ່າ ບັນດາຕົວປະກັນໂດຍ ຮາມາດຈະມອບໃຫ້ຜູ້ຕາງໜ້າອົງການສະພາກາແດງ ສາກົນ, ຫຼັງຈາກນັ້ນຈະມອບໃຫ້ກອງທັບອິດສະລາແອັນ ແລະ ສົ່ງໄປຍັງຖານທີ່ໝັ້ນ Re’im ຢູ່ໃກ້ເຂດກາຊາ ເພື່ອກວດ ສຸຂະພາບ. ແລະກໍ່ໃນຕອນບ່າຍວັນທີ 13 ຕຸລາ (ຕາມເວລາທ້ອງຖິ່ນ), ພິທີລົງນາມຂໍ້ຕົກລົງຢ່າງເປັນທາງການຈະດຳເນີນຢູ່ນະຄອນ Sharm El Sheikh, ຕໍ່ໜ້າການເຫັນປະຈັກຕາຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ການນຳຫຼາຍກວ່າ 30 ປະເທດຢູ່ພາກພື້ນ ແລະ ໂລກ, ພ້ອມກັບອົງການຈັດຕັ້ງສາກົນຈຳນວນໜຶ່ງ. ພາຍຫຼັງພິທີລົງນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານປະທານາທິບໍດີ ເອຢິບ Abdel Fattah El Sisi ຈະເປັນປະທານຮ່ວມກອງປະຊຸມສຸດຍອດສາກົນ ກ່ຽວກັບເຂດກາຊາ. ການນຳລັດຖະບານ ອິດສະລາແອັນ ບໍ່ໄດ້ຮັບການເຊື້ອເຊີນເຂົ້າຮ່ວມເຫດການ.

TAG
VOV/VOVworld/ຮາ​ມາດ​/​ຕົວ​ປະ​ກັນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ