logo

ຮາມາດສ ປະກາດບໍ່ສາມາດຕິດຕໍ່ກັບຕົວປະກັນ 2 ຄົນ

2025/9/29 | 11:11:34
(VOVWORLD) - Omri Miran ແລະ Matan Angrest ແມ່ນ 2 ໃນຈຳນວນບັນດາຕົວປະກັນຊາວ ອິດສະຣາແອັນ ທີ່ຖືກ ຮາມາດສ ຈັບຕົວນັບແຕ່ວັນທີ 07 ຕຸລາ 2023

ວັນທີ 28 ກັນຍາ, ຂະບວນການອິດສະລາມ ຮາມາດສ ໃຫ້ຮູ້ວ່າ ບໍ່ສາມາດຕິດຕໍ່ກັບຕົວປະກັນ 2 ຄົນ ແມ່ນ Omri Miran ແລະ Matan Angrest ຍ້ອນບັນດາ “ບັ້ນຮົບດ້ານການທະຫານ ແລະ ບັນດາການບຸກໂຈມຕີທາງອາກາດຢ່າງຮ້າຍແຮງ” ຂອງ ອິດສະຣາແອັນ ໃນເວລາ 48 ຊົ່ວໂມງຜ່ານມາ ຢູ່ບັນດາເຂດ Sabra ແລະ Tel al-Hawa, ຂຶ້ນກັບນະຄອນ ກາຊາ.

ໃນຖະແຫຼງການ, ຮາມາດສ ຮຽກຮ້ອງກຳລັງປ້ອງກັນ ອິດສະຣາແອັນ (IDF) ຖອນທະຫານໄປທາງທິດໃຕ້ ແລະ ຢຸດທຸກການບຸກໂຈມຕີທາງອາກາດໃນຮອບເວລາ 24 ຊົ່ວໂມງ. ສິ່ງທີ່ໜ້າສົນໃຈ, ໃນຄຳຖະແຫຼງຄັ້ງນີ້ ເບິ່ງຄືວ່າໄດ້ເປີດເຜີຍຈຸດທີ່ຕັ້ງຂອງບັນດາຕົວປະກັນຢ່າງຊັດເຈນ, ສິ່ງທີ່ບໍ່ເຄີຍມີມາກ່ອນ.

Omri Miran ແລະ Matan Angrest ແມ່ນ 2 ໃນຈຳນວນບັນດາຕົວປະກັນຊາວ ອິດສະຣາແອັນ ທີ່ຖືກ ຮາມາດສ ຈັບຕົວນັບແຕ່ວັນທີ 07 ຕຸລາ 2023 ໃນບັນດາເຫດບຸກໂຈມຕີ ແລະ ປະທະກັນ.

TAG
VOV/VOVworld/ບັ້​ນ​ຮົບ​/​ທະ​ຫານ/ບຸກ​ໂຈມ​ຕີ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ