logo

ຮາມາດສ ພ້ອມແລ້ວທີ່ຈະມອບສົ່ງຕົວປະກັນທັງໝົດ ແລະ ປະອາວຸດ

2025/10/4 | 07:36:00
(VOVWORLD) - ແຈ້ງການຂອງ ຮາມາດສ ແມ່ນໂດຍສື່ມວນຊົນ ອິດສະຣາແອັນ ແລະ ພາກພື້ນຄັດສະເໜີ.
ຮາມາດສ ບໍ່ໄດ້ເຕື້ອງເຖິງບັນຫາອື່ນທີ່ກ່ຽວຂ້ອງເຖິງອະນາຄົດຢູ່ເຂດ ກາຊາ
(ພາບປະກອບ: REUTERS/Amir Cohen)

ຕອນຄ່ຳວັນທີ 03 ຕຸລາ, ຂະບວນການ ຮາມາດສ ແຈ້ງໃຫ້ຊາບວ່າ ໄດ້ຍົກອອກປະຕິກິລິຍາຕອບກັບທີ່ຕັ້ງໜ້າຕໍ່ຂໍ້ລິເລີ່ມສິ້ນສຸດສົງຄາມຂອງທ່ານປະທານາທິບໍດີ ອາເມລິກາ Donald Trump, ພ້ອມກັນນັ້ນກໍ່ຖະແຫຼງວ່າ ພ້ອມແລ້ວທີ່ຈະມອບສົ່ງຕົວປະກັນທັງໝົດທີ່ພວມຈັບຕົວຕາມຂໍ້ສະເໜີຢຸດຍິງ. ສິ່ງທີ່ໜ້າສົນໃຈ, ກຸ່ມປະກອບອາວຸດນີ້ ໄດ້ຮັບຖືວ່າແມ່ນໄດ້ເຫັນດີຍອມຮັບໜຶ່ງໃນບັນດາມາດຕາຫຼັກແຫຼ່ງຂອງຂໍ້ລິເລີ່ມປະອາວຸດ. ແຈ້ງການຂອງ ຮາມາດສ ແມ່ນໂດຍສື່ມວນຊົນ ອິດສະຣາແອັນ ແລະ ພາກພື້ນຄັດສະເໜີ. ເຖິງຢ່າງໃດກໍ່ຕາມ, ຮາມາດສ ກໍ່ເນັ້ນວ່າ ຕ້ອງອີງໃສ່ສະພາບຕົວຈິງຢູ່ ກາຊາ, ກຸ່ມນີ້ອາດຈະບໍ່ສາມາດປະຕິບັດສຳເລັດການປ່ອຍຕົວປະກັນທັງໝົດ 48 ຄົນພາຍໃນເວລາ 72 ຊົ່ວໂມງທຳອິດຄືຂໍ້ກຳນົດໃນຂໍ້ຕົກລົງໄດ້.

ສິ່ງທີ່ໜ້າສົນໃຈອີກໃນແຈ້ງການຂອງ ຮາມາດສ ແມ່ນກຸ່ມນີ້ບໍ່ໄດ້ເຕື້ອງເຖິງບັນຫາອື່ນທີ່ກ່ຽວຂ້ອງເຖິງອະນາຄົດຢູ່ເຂດ ກາຊາ ທີ່ໄດ້ຍົກອອກມາໃນຂໍ້ລິເລີ່ມຂອງທ່ານປະທານາທິບໍດີ ອາເມລິກາ, ໃນນັ້ນມີບັນຫາມາດຕະການແກ້ໄຂດ້ານອາວຸດຂອງ ຮາມາດສ.

TAG
VOV/VOVworld/ເຫັນ​ດີ​/ຍອມຮັບ/ມາດ​ຕາ​/ຫຼັກ​ແຫຼ່ງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ