logo

ຮາມາດສ ໂຈະການເຈລະຈາແລກປ່ຽນນັກໂທດກັບ ອິດສະຣາແອັນ

2025/9/15 | 09:13:00
(VOVWORLD) - ທ່ານ Tahir al-Nono, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ກ່າວຫາທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກີດຂວາງບັນດາຄວາມມານະພະຍາຍາມເພື່ອກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນນັກໂທດ.
ທະຫານ ອິດສະຣາແອັນ ເຂົ້າຮ່ວມບັ້ນຮົບຢູ່ເຂດ ກາຊາ
(ພາບ: THX/TTXVN)

ວັນທີ 14 ກັນຍາ, ຂະບວນການ ຮາມາດສ ຢັ້ງຢືນວ່າ ໄດ້ໂຈະວິວັດທະນາການເຈລະຈາແລກປ່ຽນນັກໂທດ ແລະ ຕົວປະກັນກັບ ອິດສະຣາແອັນ, ພາຍຫຼັງທີ່ກ່າວຫາ ອິດສະຣາແອັນ ບຸກໂຈມຕີທາງອາກາດເຂົ້າໃສ່ຄະນະເຈລະຈາຂອງກຳລັງນີ້ຢູ່ນະຄອນຫຼວງ ໂດຮາ ທີ່ ກາຕາ ໃນອາທິດກ່ອນ. ທ່ານ Tahir al-Nono, ເຈົ້າໜ້າທີ່ຂັ້ນສູງຂອງ ຮາມາດສ, ກ່າວຫາທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກີດຂວາງບັນດາຄວາມມານະພະຍາຍາມເພື່ອກ້າວໄປເຖິງຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນນັກໂທດ. ຮາມາດສ ກ່າວເຕືອນວ່າ ເລື່ອງ ອິດສະຣາແອັນ ເພີ່ມທະວີການບຸກໂຈມຕີບັນດາຕຶກອາຄານສາມັນຊົນຢູ່ເຂດ ກາຊາ ອາດຈະກໍ່ຄວາມອັນຕະລາຍໃຫ້ແກ່ບັນດາຕົວປະກັນຂອງ ອິດສະຣາແອັນ ທີ່ພວມຖືກກັກຂັງຢູ່ທີ່ນີ້.

ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ກາຕາ Sheikh Mohammed bin Abdulrahman Al Thani ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນລົງໂທດ ອິດສະຣາແອັນ.

TAG
VOV/VOVworld/​ຢຸດ​ຍິງ/ແລກ​ປ່ຽນ/​ນັກ​ໂທດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ