logo

ຮ່າໂນ້ຍ ມອບນາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວ

2025/12/11 | 09:09:14
(VOVWORLD) - ລາຍການຕີລາຄາ, ຮັບຮອງເອົານາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວປີ 2025 ຂອງ ຮ່າໂນ້ຍ ໄດ້ດຶງດູດ 122 ຫົວໜ່ວຍເຂົ້າຮ່ວມ.
(ຜະລິດຕະພັນປະຢັດໄຟຟ້າ)

        ຕອນຄ່ຳວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີມອບນາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວນະຄອນ ຮ່າໂນ້ຍ ປີ 2025.

        ລາຍການຕີລາຄາ, ຮັບຮອງເອົານາມມະຍົດຮາກຖານ, ກິດຈະກຳນຳໃຊ້ພະລັງງານສີຂຽວປີ 2025 ຂອງ ຮ່າໂນ້ຍ ໄດ້ດຶງດູດ 122 ຫົວໜ່ວຍເຂົ້າຮ່ວມ. ໝາກຜົນມີວ່າ, ມີ 87 ຮາກຖານ, ກິດຈະກຳກໍ່ສ້າງບັນລຸນາມມະຍົດນຳໃຊ້ພະລັງງານສີຂຽວ, ໃນນັ້ນມີ 26 ຮາກຖານບັນລຸການນຳໃຊ້ພະລັງງານສີຂຽວ 5 ດາວ, ຮາກຖານ 29 ແຫ່ງບັນລຸການນຳໃຊ້ພະລັງງານສີຂຽວ 4 ດາວ. ຈຸດພົ້ນເດັ່ນໃນປີນີ້ແມ່ນບັນດາມາດຕະການແກ້ໄຂເຕັກໂນໂລຊີຂຽວໄດ້ຮັບການຜັນຂະຫຍາຍຢ່າງເລິກເຊິ່ງ, ກວ້າງຂວາງ, ຄື: ໄຟຟ້າແສງຕາເວັນຕິດຕັ້ງໃສ່ຫຼັງຄາເຮືອນຢູ່ບໍລິສັດ Panasonic System Networks ຫວຽດນາມ ຈຳກັດ, ບໍລິສັດ Parker Processing ຫວຽດນາມ ຈຳກັດ, ບໍລິສັດໃຫຍ່ເຄື່ອງຕ່ຳແຜ່ນຕັດຫຍິບເລກ 10; ລະບົບ BMS ຕິດຕາມກວດກາ - ບັນຊາອັດສະລິຍະ, ຢູ່: ໂຮງແຮມ InterContinental Hanoi Westlake, ຕຶກອາຄານ Lotte Center Hanoi, ໂຮງໝໍ ຫຼາຍຂະແໜງເຕິມແອັງ…

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງກໍ່ໄດ້ວາງສະແດງຜະລິດຕະພັນປະຢັດໄຟຟ້າ, ນຳໃຊ້ພະລັງງານສີຂຽວຈຳນວນໜຶ່ງ.

TAG
VOV/VOVworld/ຮາກ​ຖານ/ພະ​ລັງ​ງານ/​ສີ​ຂຽວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ