logo

ຮ່າ​ໂນ້ຍ - ວຽງ​ຈັນ ເປີດກວ້າງ​​ຂົງ​ເຂດການ​ຮ່ວມ​ມື

2022/5/17 | 11:15:19
(VOVWORLD) -ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ.
ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ ແລະ ທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ

ຕອນບ່າຍວັນທີ 16 ພຶດສະພາ, ຢູ່ສຳນັກງານອຳນາດການປົກຄອງ ນະຄອນຫຼວງ ວຽງຈັນ (ລາວ), ທ່ານ ຫງວຽນງອກຕວັນ, ຮອງເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄດ້ນຳໜ້າຄະນະຜູ້ແທນສະພາປະຊາຊົນນະຄອນ ຮ່າໂນ້ຍ, ໄປຢ້ຽມຢາມ ແລະ ເຮັດວຽກກັບທ່ານ ອະນຸພາບ ຕຸລາລົມ ເລຂາຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນຫຼວງວຽງຈັນ. ທີ່ການຕ້ອນຮັບ, ທ່ານ ຫງວຽນງອກຕວັນ ໄດ້ເນັ້ນໜັກວ່າ: ນະຄອນ ຮ່າໂນ້ຍ  ຊົມເຊີຍຕໍ່ເລື່ອງສະພາປະຊາຊົນສອງນະຄອນ ສືບຕໍ່ຄົ້ນຄ້ວາ, ສະເໜີການຜັນຂະຫຍາຍບັນດາຮູບແບບແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການໃນການປະຕິບັດງານໃນທຸກດ້ານ: ສ້າງເອກະສານນຳຕິກຳ, ວຽກງານຕິດຕາມກວດກາ ແລະ ຂໍ້ຕົກລົງກ່ຽວກັບບັນດາບັນຫາສຳຄັນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບເປີດກວ້າງບັນດາຂົງເຂດໃໝ່, ຍາດແຍ່ງບັນດາກາລະໂອກາດທີ່ມີຄວາມສາມາດບົ່ມຊ້ອນລະຫວ່າງສອງຝ່າຍ, ເພີ່ມພູນຄູນສ້າງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ມິດຕະພາບ, ການຮ່ວມມືລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະ ນະຄອນຫຼວງວຽງຈັນ.

TAG
VOV/VOVworld/ການ​ພົວ​ພັນ​/ຫວຽດ​ນາມ/ລາວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ