logo

ຮ່າ​ໂນ້ຍ ສະຫຼຸບ​ວຽກ​ງານ​ຈັດ​ຕັ້ງ​ເຫດ​ການ​ສະເຫຼີມ​ສະຫຼອງວັນການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ແລະ ວັນ​ຊາດ ຫວຽດ​ນ​າມ ທີ 2 ກັນ​ຍາ ຄົບ​ຮອບ 80 ປີ

2025/9/16 | 10:48:05
(VOVWORLD) - ຕອນບ່າຍວັນທີ 15 ກັນຍາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດກອງປະຊຸມສະຫຼຸບວຽກງານຈັດຕັ້ງບັນດາກິດຈະກຳສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ.
ບັນດາຜູ້ແທນເຂົ້າຮ່ວມພິທີ

ເມື່ອຢັ້ງຢືນຜົນສຳເລັດຂອງບັນດາກິດຈະກຳສະເຫຼີມສະຫຼອງຜ່ານມາ, ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ບັນດາກິດຈະກຳສະເຫຼີມສະຫຼອງ ແລະ ພິທີສະເຫຼີມສະຫຼອງ, ເດີນຂະບວນ, ສວນສະໜາມໄດ້ຢັ້ງຢືນກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ແຜ່ກະຈາຍນ້ຳໃຈຮັກຊາດ, ຄວາມເອກອ້າງທະນົງໃຈຂອງຊາດ; ການສຶກສາລຸ້ນໜຸ່ມກ່ຽວກັບມູນເຊື້ອປະຕິວັດອັນສະຫງ່າລາສີ, ຫຼໍ່ຫຼອມເຈດຈຳນົງ, ຄວາມຄາດຫວັງສ້າງສາປະເທດ ຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ວັດທະນາຖາວອນ. ນີ້ແມ່ນໝາກຜົນຂອງການເຂົ້າຮ່ວມດ້ວຍຄວາມຮັບຜິດຊອບ, ຄວາມສຸດຈິດສຸດໃຈຂອງທັງລະບົບການເມືອງນະຄອນ. ທາງນະຄອນ ຂໍຊົມເຊີຍ ແລະ ຮັບຮູ້ ຄວາມມານະພະຍາຍາມ ແລະບຸນຄຸນອັນໃຫຍ່ຫຼວງຂອງບັນດາໝູ່ຄະນະ, ສ່ວນບຸກຄົນທີ່ໄດ້ອຸທິດເຂົ້າໃນຜົນງານລວມຄັ້ງນີ້”.

ທ່ານ ເຈິ່ນສີແທັງ ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ  

        ເນື່ອງໃນໂອກາດວັນຊາດ ທີ 2 ກັນຍາ, ຮ່າໂນ້ຍ ໄດ້ຕ້ອນຮັບແຂກທ່ອງທ່ຽວກວ່າ 2 ລ້ານເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວສາກົນກວ່າ 80.000 ເທື່ອຄົນ. ເນື່ອງໃນໂອກາດນີ້, ຫຼາຍໝູ່ຄະນະ, ສ່ວນບຸກຄົນ ມີຜົນງານດີເດັ່ນໃນວຽກງານຈັດຕັ້ງໄດ້ຮັບໃບຍ້ອງຍໍຈາກນາຍົກລັດຖະມົນຕີ, ຄະນະພັກນະຄອນ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ.

 

 

TAG
VOV/VOVworld/ຮ່າ​ໂນ້ຍ/ສະ​ເຫຼີມ​ສະຫຼອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ/ວັນ​ຊາດ​ທີ 2 ກັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ