logo

ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງ 1 ໃນຈຳນວນ 8 ກິດຈະກຳຈຸດສຸມຂ່ຳນັບຮັບຕ້ອນ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ ຮ່າໂນ້ຍ

2025/10/4 | 07:46:53
(VOVWORLD) - ເລື່ອງລົງທຶນກໍ່ສ້າງທາງອຸມົງຢູ່ ໂກລິງ ບໍ່ພຽງແຕ່ແມ່ນບາດກ້າວສ້າງລະບົບຄົມມະນາຄົມໃຫ້ສົມບູນແບບເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂຄວາມເປັນຫ່ວງຕໍ່ສະພາບນ້ຳແກ່ງຖ້ວມຢູ່ເຂດ ລອງບຽນ ອີກດ້ວຍ.
ພິທີເລີ່ມລົງມືກໍ່ສ້າງ
(ພາບ: kinhtedothi.vn)

        ຕອນເຊົ້າວັນທີ 04 ຕຸລາ, ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດພິທີເລີ່ມລົງມືກໍ່ສ້າງທາງອຸມົງ ໂກລິງ (ຕາແສງ ລອງບຽນ). ທາງອຸມົງມີລວງຍາວກວ່າ 600 ມ. ໂຄງການມີຍອດຈຳນວນເງິນລົງທຶນເກືອບ 750 ຕື້ດົ່ງ.

        ເລື່ອງລົງທຶນກໍ່ສ້າງທາງອຸມົງຢູ່ ໂກລິງ ບໍ່ພຽງແຕ່ແມ່ນບາດກ້າວສ້າງລະບົບຄົມມະນາຄົມໃຫ້ສົມບູນແບບເທົ່ານັ້ນ, ຫາກຍັງປະກອບສ່ວນແກ້ໄຂຄວາມເປັນຫ່ວງຕໍ່ສະພາບນ້ຳແກ່ງຖ້ວມຢູ່ເຂດ ລອງບຽນ ອີກດ້ວຍ. ທ່ານ ບຸຍດັງເຕິນ, ຄະນະຄຸ້ມຄອງໂຄງການລົງທຶນກໍ່ສ້າງບັນດາກິດຈະກຳຄົມມະນາຄົມ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ເມື່ອໂຄງການໄດ້ນຳເຂົ້າໃຊ້ການກໍ່ຈະເຊື່ອມຕໍ່ກັບຂົວ ວິ້ງຕຸຍ, ເສັ້ນທາງອ້ອມຕົວເມືອງເລກ 2, ໄດ້ເປັນການກໍ່ສ້າງສຳເລັດລະບົບເສັ້ນທາງອ້ອມຕົວເມືອງເລກ 2. ນອກນັ້ນ ຍັງປະກອບສ່ວນແກ້ໄຂສະພາບນ້ຳແກ່ງຖ້ວມ ພ້ອມກັບລະບົບລະບາຍນ້ຳຂອງຕາແສງ ລອງບຽນ ທີ່ພວມຜັນຂະຫຍາຍ”.

ທ່ານ ເຢືອງດຶກຕວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ
(ພາບ: kinhtedothi.vn)

        ໂຄງການລົງທຶນດັ່ງກ່າວແມ່ນ 1 ໃນຈຳນວນ 8 ໂຄງການຂອງນະຄອນທີ່ໄດ້ຮັບການຜັນຂະຫຍາຍເພື່ອຂ່ຳນັບຮັບຕ້ອງພິທີສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1954 – 10 ຕຸລາ 2025). ທ່ານ ເຢືອງດຶກຕວນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ການລົງທຶນກໍ່ສ້າງທາງອຸມົງຢູ່ຈຸດທາງເຊື່ອມຕໍ່ ໂກລິງ ແມ່ນເພື່ອກໍ່ສ້າງສຳເລັດຈຸດທາງເຊື່ອມຕໍ່ຕາມການວາງແຜນຜັງ, ປະກອບສ່ວນຫຼຸດຜ່ອນສະພາບລົດຕິດ. ການສົມທົບກັບເລື່ອງເປີດກວ້າງເສັ້ນທາງ, ຈັດລະບົບການສັນຈອນຢູ່ເຂດຈຸດເຊື່ອມຕໍ່ເສັ້ນທາງນີ້ຄືນໃໝ່ແມ່ນມີຄວາມຈຳເປັນທີ່ສຸດ”.

TAG
VOV/VOVworld/ລະບົບ/ຄົມມະນາຄົມ/ເສັ້ນທາງ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ