logo

ຮ່າໂນ້ຍ ເລີ່ມລົງມືກໍ່ສ້າງໂຄງການຂົວ ເຈິ່ນຮືງດ້າວ

2025/10/9 | 12:02:36
(VOVWORLD) - ຂົວ ເຈິ່ນຮືງດ້າວ ໄດ້ຮັບການລົງທຶນກໍ່ສ້າງເພື່ອແນໃສ່ຫຼຸດຜ່ອນສະພາບການສັນຈອນທີ່ແອອັດຢູ່ບັນດາຂົວທີ່ພວມມີຢູ່ແລ້ວ.
ພິທີເລີ່ມລົງມືກໍ່ສ້າງຂົວ ເຈິ່ນຮືງດ້າວ
(ພາບ: VGP)

        ວັນທີ 09 ຕຸລາ, ນະຄອນ ຮ່າໂນ້ຍ ໄດ້ເລີ່ມລົງມືກໍ່ສ້າງຂົວ ເຈິ່ນຮືງດ້າວ ຂ້າມແມ່ນ້ຳແດງ. ນີ້ແມ່ນໜຶ່ງໃນຈຳນວນ 8 ກິດຈະກຳຈຸດສຸມ ສະເຫຼີມສະຫຼອງ 71 ປີແຫ່ງວັນປົດປ່ອຍນະຄອນຫຼວງ (10 ຕຸລາ 1945 – 10 ຕຸລາ 2025).

        ຂົວ ເຈິ່ນຮືງດ້າວ ໄດ້ຮັບການລົງທຶນກໍ່ສ້າງເພື່ອແນໃສ່ຫຼຸດຜ່ອນສະພາບການສັນຈອນທີ່ແອອັດຢູ່ບັນດາຂົວທີ່ພວມມີຢູ່ແລ້ວ. ເມື່ອກໍ່ສ້າງສຳເລັດ, ຂົວແຫ່ງນີ້ຈະເຊື່ອມຕໍ່ເຂດໃຈກາງນະຄອນ ຮ່າໂນ້ຍ ກັບເຂດທາງທິດຕາເວັນອອກ, ສ້າງປະຖົມປັດໄຈພັດທະນາເຂດຕົວເມືອງ, ອຸດສາຫະກຳ, ການຄ້າ, ການບໍລິການ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ, ສັງຄົມ, ເສດຖະກິດເຂດຕົວເມືອງ.

        ຂົວແຫ່ງນີ້ມີຄວາມຍາວເກືອບ 4 ກມ, ໃນນັ້ນທາງຂຶ້ນຂົວ 2 ສົ້ນມີຄວາມຍາວປະມານ 1,4 ກມ. ຍອດເງິນລົງທຶນຂອງໂຄງການນີ້ແມ່ນກວ່າ 607 ລ້ານ USD, ໃຊ້ເວລາກໍ່ສ້າງ 26 ເດືອນ.

TAG
VOV/VOVworld/​ສັນ​ຈອນ/​ແອ​ອັດ/ຂົວ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ