logo

ເກີດເຫດແຜ່ນດິນໄຫວມີຄວາມແຮງ 6,9 ຣິກເຕີ ຢູ່ ຟີລິບປິນ ເຮັດໃຫ້ມີຜູ້ເສຍຊີວິດ 26 ຄົນ

2025/10/1 | 15:06:28
(VOVWORLD) - ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 26 ຄົນ, ຜູ້ບາດເຈັບ 147 ຕົນ. 
ໂບດແຫ່ງໜຶ່ງຢູ່ແຂວງ Cebu, ຟີລິບປິນ ຖືກພັງທະລາຍຍ້ອນເຫດແຜ່ນດິນໄຫວໃນ ວັນທີ 30 ກັນຍາ 2025 (ພາບ: THX/TTXVN)

 ເຫດແຜ່ນດິນໄຫວເກີດຂຶ້ນຢູ່ນອກຝັ່ງນະຄອນ Cebu ຂຶ້ນກັບເຂດ Visayas, ພາກກາງ ຟີລິບປິນ, ໃນເວລາປະມານ 22 ໂມງ ຕອນຄໍ່າວັນທີ 30 ກັນຍາ (ຕາມເວລາທ້ອງຖິ່ນ), ຢ່າງໜ້ອຍສຸດເຮັດໃຫ້ຕຶກອາຄານ 22 ຫຼັງຢູ່ເຂດນີ້ຖືກພັງທະລາຍ ຫຼື ເປ່ເພ.

        ທ່ານ Alfie Reynes ຮອງເຈົ້າຄອງເທດສະບານ  San Remigio ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີຜູ້ເສຍຊີວິດ 26 ຄົນ, ຜູ້ບາດເຈັບ 147 ຕົນ. ປັດຈຸບັນ, ວົງການເຈົ້າໜ້າທີ່ຂອງທ້ອງຖິ່ນ ພວມສືບຕໍ່ປະເມີນຜົນເສຍຫາຍ ແລະ ຄວາມບາດເຈັບລົ້ມຕາຍ ຕາມກົມສໍາຫຼວດທໍລະນີ ອາເມລິກາ (USGS) ແລ້ວ, ນະຄອນ Cebu ມີປະຊາກອນເກືອບ 1 ລ້ານຄົນ.

        ບັນດາອົງການຕິດຕາມແຜ່ນດິນໄຫວ ຄາດຄະເນວ່າ, ເຫດແຜ່ນດິນໄຫວດັ່ງກ່າວມີຄວາມເລິກປະມານ 10 ກິໂລແມັດ, ສ້າງຄວາມສັ່ນສະເທືອນຢ່າງແຮງທີ່ສຸດແມ່ນລະດັບທີ 6.


TAG
VOV/VOVworld/ເຫດແຜ່ນດິນໄຫວ/ຟີລິບປິນ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ