logo

ເກິນ​ເທີ​ຕ້ອງ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ກາ​ລະ​ໂອ​ກາດ, ທ່າ​ໄດ້​ປຽບ​ໃນ​ການ​ແກ້ງ​ແຍ້ງ​ເພື່ອ​ສ້າງ​ສະ​ຖານ​ທີ່​ພັດ​ທະ​ນາ​ໃໝ່

2025/10/19 | 09:19:11
(VOVWORLD) - ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ  ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ວັນທີ 19 ຕຸລາ, ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 10, ສະພາແຫ່ງຊາດຊຸດທີ XV, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນສະພາແຫ່ງຊາດນະຄອນ ເກິ່ນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງ ເປັນຜູ້ຕາງໜ້າການນຳບັນດາຕາແສງ, ບ້ານໃນບໍລິເວນນະຄອນ. ແລກປ່ຽນກັບຜູ້ມີສິດເລືອກຕັ້ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ ໂຄງການ ເນື້ອໃນກອງປະຊຸມຄັ້ງທີ 10 ມີຈຳນວນວຽກງານທີ່ໃຫຍ່ຫຼວງທີ່ສຸດ, ລັດຖະບານຄາດວ່າຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ເອກະສານ, ຂໍ້ມູນ, ບົດລາຍງານ 120 ສະບັບ.

ກ່ຽວກັບໜ້າທີ່ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີນະຄອນ ເກິ່ນເທີພ້ອມກັບທົ່ວປະເທດ ມານະພະຍາຍາມສູ້ຊົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ໃນປີ 2025 ແລະ ທັງອາຍຸການ ທີ່ໄດ້ວາງອອກ. ຕາມນັ້ນແລ້ວ, ເກິ່ນເທີ ຕ້ອງຂຸດຄົ້ນຄວາມສາມາດບົ່ມຊ້ອນ, ກາລະໂອກາດ, ທ່າໄດ້ປຽບໃນການແກ້ງແຍ້ງເພື່ອສ້າງສະຖານທີ່ພັດທະນາ ສົມກັບທີ່ຕັ້ງ, ບົດບາດຂອງນະຄອນເກິ່ນເທີແມ່ນ ຂົ້ວເຕີບໂຕຂອງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້, ປຸກລຸກທຸກແຫຼ່ງກຳລັງ, ສຸມໃສ່ຊຸກຍູ້ການເຕີບໂຕ, ຕັດສິນໃຈນຳການເຕີບໂຕບັນລຸລະດັບສອງຕົວເລກໃນປີນີ້ ແລະ ປະຕິບັດສຳເລັດ 100% ເປົ້າໝາຍວາງອອກໃນອາຍຸການ 2021 – 2025.

TAG
VOV/VOVworld/ເກິນ​ເທີ/ການ​ພັດ​ທະ​ນາ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ