logo

ເກີ່ນ​ເທີ​ຕ້ອງ​ຕັດ​ສິນ​ໃຈ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ປ້ອງ​ກັນ, ຕ້ານ IUU ຢ່າງ​ຂ້ຽວ​ຂາດ

2025/11/21 | 10:48:17
(VOVWORLD) - ບັນດາກົມກອງຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນ ເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ. 
ທະຫານປ້ອງກັນຊາຍແດນແຈກໃບປິ່ວເຜີຍແຜ່ໂຄສະນາໃຫ້ແກ່ຊາວປະມົງ

“ນຳກົດໝາຍເຂົ້າໃກ້ກັບປະຊາຊົນ - ເພື່ອວົງຄະນະຍາດປອດໄພ, ປະຕິບັດຕາມ ແລະ ພັດທະນາແບບຍືນຍົງ”, “ຮ່ວມເດີນທາງກັບຊາວປະມົງ” ແມ່ນບັນດາທິດນຳໃນການກະທຳຂອງນະຄອນ ເກິ່ນເທີ ໃນບັ້ນຈຸດສຸມຂອງການປະຕິບັດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).

ບັນດາກົມກອງຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນ ເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ. ທ່ານ ພັນເອກ ຟ້າມເລຊວັນບິ່ງ ຫົວໜ້າບັນຊາການ ກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:

ນອກຈາກການໂຄສະນາຢູ່ດິນຕໍ່ແຜ່ນ, ພວກຂ້າພະເຈົ້າໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍສາຍທາງທະເລສຸມໃສ່ໂຄສະນາເຜີຍແຜ່ໃຫ້ແກ່ຊາວປະໂມງ, ພິເສດແມ່ນບັນດາເຈົ້າຂອງພາຫະນະ ແລະ ກັບຕັນເຮືອທີ່ພວມເຄື່ອນໄຫວຢູ່ທະເລ ເພື່ອໃຫ້ເຂົາເຈົ້າກຳແໜ້ນ ແລະ ບໍ່ລະເມີດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU. ໃນວຽກງານລາດຕະເວນ, ກວດກາ, ຄວບຄຸມ, ພົບເຫັນ ແລະ ແກ້ໄຂ, ພວກຂ້າພະເຈົ້າກໍ່ເດັດດ່ຽວຊີ້ນຳບັນດາປ້ອມຄວບຄຸມເຂດຊາຍແດນ ບໍ່ປະໃຫ້ກຳປັ່ນຫາປາບໍ່ມີເງື່ອນໄຂຕາມລະບຽບການບໍລິຫານຢ່າງຄົບຖ້ວນອອກທະເລຢ່າງເດັດຂາດ.

TAG
VOV/VOVworld/IUU/ການ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ