logo

ເກີ່ນ​ເທີ ສະ​ເໜີ​ການ​ຮ່ວມ​ມື​ກັບ​ວິ​ສາ​ຫະ​ກິດ ລັດ​ເຊຍ ໃນ​ຂົງ​ເຂດ​ພະ​ລັງ​ງານ​ທົດ​ແທນ, ກະ​ສິ​ກຳ

2025/11/30 | 09:56:45
(VOVWORLD) - ຕອນບ່າຍວັນທີ 29 ພະຈິກ, ຢູ່ນະຄອນ ເກີ່ນເທີ, ທ່ານ ເລກວາງຕຸ່ງ ເລຂາຄະນະພັກນະຄອນ ເກີ່ນເທີ ໄດ້ເຮັດວຽກກັບຄະນະຜູ້ແທນສະພາແຫ່ງຊາດສະຫະພັນລັດເຊຍ.
ບັນຍາກາດການເຮັດວຽກ (ພາບ: daibieunhandan.vn)

ບັນດານັກລົງທຶນ ແລະ ວິສາຫະກິດລັດເຊຍ ມີຄວາມເອົາໃຈໃສ່ຢາກຊອກຮູ້ກ່ຽວກັບໂອກາດຮ່ວມມືລົງທຶນຢູ່ ເກີນເທີ, ໃນນັ້ນ ມີການທ່ອງທ່ຽວ; ພ້ອມທັງສະແດງຄວາມປາດຖະໜາ ຢາກເປີດກວ້າງການຮ່ວມມືໂດຍກົງລະຫວ່າງບັນດາທ້ອງຖິ່ນຂອງ ລັດເຊຍ ກັບທ້ອງຖິ່ນຂອງ ຫວຽດນາມ.

ສ່ວນການນຳນະຄອນ ເກີ່ນເທີ ໄດ້ສະແດງຄວາມປາດຖະໜາວ່າ, ບັນດາປະເພດສິນຄ້າທີ່ມີທ່າແຮງຄື ເຂົ້າສານ, ສິນໃນນ້ຳ, ສິນທະເລຂອງທ້ອງຖິ່ນ ຈະໄດ້ສົ່ງອອກໄປຍັງ ລັດເຊຍ ໄດ້ຫຼາຍກວ່າ; ສອງຝ່າຍຊຸກຍູ້ບັນດາຄະນະສົ່ງເສີມການລົງທຶນ, ການຄ້າ, ໂດຍສະເພາະແມ່ນເຖິງປະຊາຄົມວິສາຫະກິດ ລັດເຊຍ ໃນບາງຂົງເຂດຄື ພະລັງງານທົດແທນ, ກະສິກຳເຕັກໂນໂລຢີສູງ, ອຸດສາຫະກຳປຸງແຕ່ງເລີກ; ພ້ອມດຽວກັນນັ້ນ, ເຊື່ອມຕໍ່ທ້ອງຖິ່ນຂອງ ສະຫະພັນ ລັດເຊຍ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ການແລກປ່ຽນວັດທະນະທຳ. ການນຳນະຄອນ ເກີ່ນເທີ ສະເໜີໃຫ້ພິຈາລະນະການເປີດຖ້ຽວບິນໂດຍກົງຈາກນະຄອນ ເກີ່ນເທີ ໄປຍັງບັນດາທ້ອງຖິ່ນຂອງ ສະຫະພັນ ລັດເຊຍ.

TAG
VOV/VOVworld/ທ້ອງຖິ່ນຂອງ ຫວຽດນາມ/ກະສິກຳເຕັກໂນໂລຢີສູງ/ນະ​ຄອນ ເກີ່​ນ​ເທີ/ລັດ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ