logo

ເຂດການເງິນ ລອນດອນ ສົມທົບກັບ ຫວຽດນາມ ພັດທະນາສູນການເງິນສາກົນ

2025/9/18 | 08:57:28
(VOVWORLD) - ທ່ານ ຫງວຽນວັນທັງ ຕີລາຄາສູງການສົມທົບກັບຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືຝ່າຍ ລາຊະອານາຈັກ ອັງກິດ ໃນວິວັດການສ້າງມະຕິຂອງສະພາແຫ່ງຊາດວ່າດ້ວຍສູນການເງິນສາກົນຢູ່ ຫວຽດນາມ.
ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ແລະ ທ່ານ Alastair King, ເຈົ້າຄອງເຂດການເງິນ ລອນດອນ
(ພາບ: mof.gov.vn)

        ວັນທີ 17 ກັນຍາ, ຢູ່ນະຄອນຫຼວງ ລອນດອນ, ປະເທດ ອັງກິດ, ທ່ານ ຫງວຽນວັນທັງ, ລັດຖະມົນຕີກະຊວງການເງິນ ຫວຽດນາມ ໄດ້ເຮັດວຽກກັບທ່ານ Alastair King, ເຈົ້າຄອງເຂດການເງິນ ລອນດອນ.

        ທີ່ການເຮັດວຽກ, ທ່ານ ຫງວຽນວັນທັງ ຕີລາຄາສູງການສົມທົບກັບຢ່າງຕັ້ງໜ້າຂອງບັນດາຄູ່ຮ່ວມມືຝ່າຍ ລາຊະອານາຈັກ ອັງກິດ ໃນວິວັດການສ້າງມະຕິຂອງສະພາແຫ່ງຊາດວ່າດ້ວຍສູນການເງິນສາກົນຢູ່ ຫວຽດນາມ. ພິເສດ, ເຂດການເງິນ ລອນດອນ ໄດ້ສະໜອງຂໍ້ມູນ, ຂໍ້ສະເໜີແນະສຳຄັນຫຼາຍຂໍ້ ເພື່ອກະກຽມບັນດາເງື່ອນໄຂພື້ນຖານ ແລະ ສ້າງແຜນການພັດທະນາສູນການເງິນສາກົນ.

        ສ່ວນທ່ານ AlastairKing, ເຈົ້າຄອງເຂດການເງິນ ລອນດອນ ຢືນຢັນວ່າ ເຂດການເງິນ ລອນດອນ ພ້ອມແລ້ວທີ່ຈະແບ່ງປັນບົດຮຽນ, ໃຫ້ຄຳປຶກສາ ແລະ ຮ່ວມມື, ພິເສດແມ່ນຜ່ານ The City UK; ພ້ອມກັນນັ້ນ, ກໍ່ຊົມເຊີຍຂໍ້ສະເໜີຂອງທ່ານລັດຖະມົນຕີກະຊວງການເງິນ ຫວຽດນາມ ກ່ຽວກັບການນຳໃຊ້ລະບົບເຊື່ອມຕໍ່ກົດໝາຍ ອັງກິດ ຊ່ວຍຫຼຸດຜ່ອນລາຍຈ່າຍ ແລະ ແກ້ໄຂການຈັດແຍ່ງຢ່າງມີປະສິດທິຜົນ.

TAG
VOV/VOVworld/ແບ່ງ​ປັນ/​ບົດ​ຮຽນ/​ຄຳ​ປຶກ​ສາ

ຂ່າວ/ບົດ​ອື່ນ
VIDEO
Lo más Popular
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ