ເຂດປູຊະນີຍະຖານປະຫວັດສາດ ປັກປໍ໋ ຂຶ້ນກັບຕາແສງ ເຈື່ອງຮ່າ ເມືອງ ຮ່າກວາງ ແຂວງ ກາວບັງ, ຕິດໃກ້ກັບຊາຍແດນ ຫວຽດນາມ - ຈີນ, ຫ່າງຈາກນະຄອນ ກາວບັງ ກ່ວາ 40 ກມ. ນີ້ແມ່ນສະຖານທີ່ ເຊິ່ງກ່ອນນີ້ 71 ປີ (28/01/1941) ເປັນກຽດໄດ້ຮັບລຸງໂຮ່ກັບເມື່ອປະເທດ ຊີ້ນຳນຳພາການປະຕິວັດ ຫວຽດນາມ ພາຍຫລັງ 30 ປີໄປຊອກຫາເສັ້ນທາງກູ້ຊາດ.ສະຖານທີ່ ປັກປໍ໋ ຕິດພັນກັບຊີວິດການເຄື່ອນໄຫວຂອງລຸງໂຮ່, ຂອງປະຫວັດສາດການປະຕິວັດ ແລະ ປະເທດ ຫວຽດນາມ. ພູ ກາກມາກ, ຫ້ວຍ ເລນິນ ກາຍເປັນສັນຍາລັກຂອງປະຕິວັດ ຫວຽດນາມ.
ດ້ວຍຄວາມໝາຍ ແລະ ຄວາມສຳຄັນອັນໃຫຍ່ຫລວງ, ເຂດປູຊະນີຍະຖານປະຫວັດສາດ ປ໋າກບ໋ ໄດ້ນາຍົກ
ລັດຖະມົນຕີ ຫວຽດນາມ ຈັດອັນດັບເຂດປູຊະນີຍະຖານແຫ່ງຊາດພິເສດ.

ທາງເຂົ້າເຂດປູຊະນີຍະຖານປະຫວັດສາປັກປໍ໋
|

ຫ້ວຍ ເລນິນ
|

ຝັງຫ້ວຍ ເລນິນ, ແຫ່ງທີ່ລຸງໂຮ່ເຄີຍຕຶກປາ
|

ໂຕະຫີນລຸງໂຮ່ເຮັດວຽກ
(ພາບອິນເຕີນແນັດ)
|

ຮູບກາກມາກ
(ພາບອິນເຕີນແນັດ)
|

ຖ້ຳກົກບໍ໋ ແຫ່ງທີ່ລຸງໂຮ່ເຮັດວຽກ ແລະ ດຳລົງຊີວິດ
|

ທັດສະນີຍະພາບປັກປໍ໋
|