logo

ເຂດພິເສດ ເວິນດົນ ກະກຽມເປີດນຳໃຊ້, ເລີ່ມລົງມືກໍ່ສ້າງ 15 ໂຄງການດ້ວຍຍອດຈຳນວນເງິນລົງທຶນກວ່າ 2.300 ຕື້ດົ່ງ

2025/12/25 | 08:55:00
(VOVWORLD) - ເຂດພິເສດ ເວິນດົນ (ແຂວງ ກວາງນິງ) ຈະເປີດນຳໃຊ້ດ້ານເຕັກນິກ 3 ໂຄງການຄົມມະນາຄົມ ແລະ ສະໜອງນ້ຳປະປາ ດ້ວຍຍອດຈຳນວນເງິນລົງທຶນກວ່າ 850 ຕື້ດົ່ງ.
ເສັ້ນທາງເຊື່ອມຕໍ່ຂົວ ເວິນດົນ 3 ໄປຍັງເຂດຕັ້ງຖີ່ນຖານຄົງທີ່ຄືນໃໝ່ ດ່ວານເກັດ
(rພາບ: baoquangninh.vn)
 
ຕາມການຄາດຄະເນ, ວັນທີ 29 ທັນວາ ຈະມາເຖິງ, ເຂດພິເສດ ເວິນດົນ (ແຂວງ ກວາງນິງ) ຈະເປີດນຳໃຊ້ດ້ານເຕັກນິກ 3 ໂຄງການຄົມມະນາຄົມ ແລະ ສະໜອງນ້ຳປະປາ ດ້ວຍຍອດຈຳນວນເງິນລົງທຶນກວ່າ 850 ຕື້ດົ່ງ. ບັນດາໂຄງການລວມມີ: ຍົກລະດັບເສັ້ນທາງຕອນ ມິງເຈົາ - ກວານລ້ານ, ລະບົບນ້ຳປະປາຕາແສງ ງອກວື່ງ ແລະ ເສັ້ນທາງເຊື່ອມຕໍ່ຂົວ ເວິນດົນ 3 ໄປຍັງເຂດຕັ້ງຖີ່ນຖານຄົງທີ່ຄືນໃໝ່ ດ່ວານເກັດ. ໃນໂອກາດນີ້, ເວິນດົນ ກໍ່ຈະເລີ່ມລົງມືກໍ່ສ້າງ 12 ໂຄງການໃໝ່ໃນບັນດາຂົງເຂດ: ການສຶກສາ, ການຄ້າ - ການບໍລິການ, ຄົມມະນາຄົມ, ພື້ນຖານໂຄງລ່າງດ້ານເຕັກນິກ, ປັບແປງຕົວເມືອງ… ດ້ວຍຍອດເງິນລົງທຶນກວ່າ 1.450 ຕື້ດົ່ງ. ບັນດາໂຄງການຈະປະກອບສ່ວນສ້າງສຳເລັດພື້ນຖານໂຄງລ່າງດ້ານເຕັກນິກເຂດພິເສດ ເວິນດົນ, ເປີດກວ້າງເຂດພັດທະນາ, ຊຸກຍູ້ການບໍລິການ, ທ່ອງທ່ຽວ, logistics, ມຸ່ງໄປເຖິງເປົ້າໝາຍສ້າງ ເວິນດົນ ໃຫ້ກາຍເປັນເຂດເສດຖະກິດລຸ້ນໃໝ່.
TAG
VOV/VOVworld/ລະບົບ/ນ້ຳປະປາ/ຕາແສງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ