(VOVWORLD) -ເມື່ອລະດູບານໃໝ່ວຽນມາໃນແຕ່ລະປີ, ບ້ານນົມ ໃນຕາແສງດ້າຍດົງ, ເມືອງວັນເລີມ, ແຂວງຮຶງອຽນ ໄດ້ຈະຕັ້ງງານບຸນໝູ່ບ້ານ ອັນໄດ້ດຶງດູດ ແຂກທ່ອງທ່ຽວ ມາຮ່ວມຢ່າງຫຼວງຫຼາຍ
![]() |
| ໂດຍໄດ້ກາຍເປັນປະເພນີ ແລະ ກົດລະບຽບຂອງໝູ່ບ້ານນົມ, ງານບຸນຖືກຈັດຂຶ້ນໃນສາມວັນ. ວັນບຸນຫຼັກຖືກຈັດຂຶ້ນໃນວັນທີ 12 ເດີນຈຽງໄລ່ຕາມຈັນທະປະຕິທິນ. ນີ້ແມ່ນ ງານບຸນເພື່ອແນໃສ່ອາໄລຫາ ອໍລະຫັນ ຕາມຢາງ, ຜູ້ກໍ່ຕັ້ງໝູ່ບ້ານ ຊຶ່ງແມ່ນນາຍພົນທີ່ເກັ່ງກ້າສາມາດ ໃນສະໄຫມສອງພະນາງຈຶງ. |
![]() |
| ງານບຸນບ້ານນົມລວມມີ ພິທີແຫ່ນ້ຳຈາກວັດໄປຍັງສາລາ ຕາມຢາງ, ພິທີແຫ່ພະອໍລະຫັນໄປວັດ,ພິທີເຊີດ ມັງກອນ,ເຊີດສິງໂຕ. |
![]() |
| ເຂົ້າຮ່ວມພິທີແຫ່ ກໍມີບັນດາຜູ້ອາຍຸສູງໃນໝູ່ບ້ານ, ຄະນະດົນຕີ, ຂັບກວານເຫາະ…. |
|
||||
![]() |
| ນີ້ແມ່ນພິທີມີລັກສະນະເປັນສັນຍະລັກ ໃຫ້ແກ່ການລົບລ້າງ ສິ່ງທີ່ຊົ່ວຮ້າຍ ໃນຍາມຕົ້ນປີໃໝ່ ເພື່ອພາວະນາໃຫ້ໃນປີໃໝ່ມີຄວາມ ສະຫງົບສຸກແລະອິ່ມໜຳສຳລານ. |
![]() |
| ລາຍການສະແດງສີລະປະ ໂດຍບັນດາເພື່ອນໜຸ່ມແລະ ແຂກທ່ອງທ່ຽວເຂົ້າຮ່ວມ |
![]() |
| ພາຍຫຼັງຂັ້ນຕອນຈັດພິທີ ແມ່ນຂັ້ນຕອນງານບຸນ ຊຶ່ງລວມມີພີທີ ອວຍພອນຜູ້ອາຍຸຍືນ,ພິທີໄຫວ້ບູຊາຍາມຕົ້ນລະດູບານໃໝ່ຢູ່ຕາມຫໍບູຊາວົງຕະກຸນ. |
![]() |
| ບັນດາຜູ້ອາຍຸສູງຖະຫວາຍທູບທຽນບູຊາຢູ່ສາລາຂອງໝູ່ບ້ານ. |
![]() |
| ບັນດານັກທ່ອງທ່ຽວພາວະນາໃຫ້ມີຄວາມຢູ່ເຢັນເປັນສຸກ ເມື່ອກ້າວເຂົ້າ ສູ່ປີໃໝ່. |
![]() |
![]() |
| ເຂົ້າຮ່ວມງານບຸນໝູ່ບ້ານນົມ ຍາມຕົ້ນລະດູບານໃໝ່, ຄວາມເກົ່າແກ່ ແລະ ບັນຍາກາດສະຫງົບສຸກໄດ້ເຮັດໃຫ້ແຂກທ່ອງທ່ຽວ ຮູ້ສຶກສະຫວາດ ສະເຫວີຍ. |
![]() |
![]() |
| ແຂກທ່ອງທ່ຽວຈະໄດ້ຟັງສີລະປະຂັບກວານເຫາະ ທີ່ເປັນເອກະລັກ ຂອງເຂດບ້ານນາພາກເໜືອ. |
![]() |
| ພາເຂົ້າຍາມຕົ້ນລະດູບານໃໝ່ທີ່ອົບອຸ່ນ ຂອງບັນດາຜູ້ຢູ່ຫ່າງໄກ ຈາກບ້ານເກີດເມືອງນອນ. |
![]() |
| ໃນການດຳລົງຊີວິດທີ່ຟ້າວຟັ່ງຂອງຍຸກປະຈຸບັນ, ການເຂົ້າຮ່ວມ ງານບຸນບ້ານນົມຍາມຕົ້ນລະດູບານໃໝ່ເພື່ອຮັບຊົມຄວາມງາມທາງດ້ານວັດທະນະທຳທີ່ເປັນມູນເຊື້ອຢູ່ແຫ່ງນີ້ ໄດ້ເຮັດໃຫ້ຜູ້ຄົນທັງຫຼາຍ ເພີ່ມ ຄວາມຮັກດິນແດນ ແຫ່ງບ້ານເກີດເມືອງນອນຂອງຊາວຫວຽດນາມ. |




